ວັນຄອບຄົວອາຊຽນຢູ່ຮ່າໂນ້ຍ

(VOVWORLD) -ວັນທີ 25 ສິງຫາ ຢູ່ ຮ່າໂນ້ຍ ໄດ້ດຳເນີນຫລາຍເຫດການເຄື່ອນໄຫວທີ່ຟົດຟື້ນໃນຂອບເຂດວັນຄອບຄົວ ອາຊຽນ ປີ 2018. 
ວັນຄອບຄົວອາຊຽນຢູ່ຮ່າໂນ້ຍ - ảnh 1 ຜູ້ເຂົ້າຮ່ວມວັນຄອບຄົວອາຊຽນພ້ອມກັນຖີບລົດຖີບ ເຕັມໄປດ້ວຍນ້ຳໃຈມິດຕະພາບ

ນີ້ແມ່ນເຫດການໂດຍກະຊວງການຕ່າງປະເທດ ແລະ ກຸ່ມແມ່ຍິງປະຊາຄົມ ອາຊຽນ ຢູ່ ຮ່າໂນ້ຍ ສົມທົບກັນຈັດຕັ້ງ. ເຂົ້າຮ່ວມເຫດການນີ້ ມີການນຳ, ພະນັກງານ, ລັດຖະກອນ ກະຊວງການຕ່າງປະເທດ, ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ຢູ່ ຮ່າໂນ້ຍ ພ້ອມກັບພັນລະຍາ ແລະ ບັນດາສະມາຊິກໃນຄອບຄົວ.

 ພາຍຫລັງພິທີໄຂ ແມ່ນການເຄື່ອນໄຫວຟົດຟື້ນ - ຖີບລົດຖີບມິດຕະພາບ ຈາກສຳນັກງານກະຊວງການຕ່າງ ປະເທດ ຢູ່ເຮືອນເລກທີ 1 ຖະຫນົມ ໂຕນເທິດດາມ ເຖິງອາຄານເຮັດວຽກແຫ່ງໃຫມ່ ຢູ່ ເຮືອນເລກທີ 2 ຖະຫນົນ ເລກວາງດ້າວ ໂດຍມີການເຂົ້າຮ່ວມຂອງຜູ້ແທນເກືອບ 200 ຄົນ ແລະ ຄອບຄົວ. ນອກຈາກນັ້ນ ຍັງຈັດໃຫ້ມີບັນດາການເຄື່ອນໄຫວສິລະປະ, ກິລາ, ການລະຫລິ້ນພື້ນເມືອງ ແລະ ອາຫານການກິນ ກໍ່ເປັນການສ້າງບັນຍາກາດຟົດຟື້ນມ່ວນຊື່ນ ຈັບອົກຈັບໃຈທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ