ວັນຊີວະນາໆພັນໂລກ 22 ພຶດສະພາ: ເວທີປາໄສຄູ່ຮ່ວມມືອະນຸລັກຮັກສາຊີວະນາໆພັນ

(VOVWORLD) - ປີ 2018, ແມ່ນປີພິເສດ, ເປັນຂີດໝາຍ 1/4 ສະຕະວັດ ຫວຽດນາມ ຮ່ວມເດີນທາງພ້ອມກັບສົນທິສັນຍາຊີວະນາໆພັນ.

ວັນທີ 22 ພຶດສະພາ, ກົມໃຫຍ່ສິ່ງແວດລ້ອມ ໄດ້ສົມທົບກັບໂຄງການພັດທະນາ ສປຊ, ສະພາປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການ CropLife ຫວຽດນາມ ໄດ້ຈັດຕັ້ງ “ເວທີປາໄສ ຄູ່ຮ່ວມມືອະນຸລັກຮັກສາຊີວະນາໆພັນ”. ປີ 2018, ແມ່ນປີພິເສດ, ເປັນຂີດໝາຍ 1/4 ສະຕະວັດ ຫວຽດນາມ ຮ່ວມເດີນທາງພ້ອມກັບສົນທິສັນຍາຊີວະນາໆພັນ. ມາຮອດປະຈຸບັນ, ຫວຽດນາມ ໄດ້ມີບັນດາບາດກ້າວໃຫຍ່ ໃນພາລະກິດແຫ່ງການອະນຸລັກຮັກສາທຳມະຊາດ ແລະ ຊີວະນາໆພັນ, ສ້າງລະບົບບັນດາອົງການຄຸ້ມຄອງ, ກອບນະໂຍບາຍ ແລະ ກົດໝາຍວ່າດ້ວຍຊີວະນາໆພັນ.

        ທີ່ເວທີປາໄສ, ບັນດາຜູ້ແທນຖືວ່າ, ດ້ວຍການອຸດົມສົມບູນ ແລະ ຫຼາຍຮູບແບບ ກ່ຽວກັບພູມສັນຖານ, ປະເພດທີ່ດິນ, ທັດສະນີຍະພາບ ແລະ ອາກາດ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດມີລັກສະນະຊີວະນາໆພັນສູງ ແຕ່ກໍ່ພວມຕ້ອງປະເຊີນໜ້າກັບສະພາບຫລຸດຜ່ອນຊີວະນາໆພັນ ແລະ ການຂາດຄວາມດຸ່ນດຽງຊີວະພາບທີ່ພວມເກີດຂຶ້ນຢ່າງແຮງ, ກໍ່ຜົນສະທ້ອນໂດຍກົງເຖິງສະພາບການດຳລົງຊີວິດຂອງມະນຸດ, ນາບຂູ່ເຖິງການພັດທະນາແບບຍືນຍົງຂອງໜ່ວຍໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ