ວັນທີ 08 ມີນາ, ເລີ່ມສັກວັກຊິນກັນໂຄວິດ-19 ຢູ່ 13 ແຂວງ, ນະຄອນ

(VOVWORLD) -ວັນທີ 08 ມີນາ ຫວຽດນາມ ຈະສັກວັກຊິນເຂັມທຳອິດຢູ່ແຂວງ ຫາຍເຢືອງ, ນະຄອນຮ່າໂນ້ຍ, ນະຄອນໂຮ່ຈີມິນ…
ວັນທີ 08 ມີນາ, ເລີ່ມສັກວັກຊິນກັນໂຄວິດ-19 ຢູ່ 13 ແຂວງ, ນະຄອນ - ảnh 1(ພາບປະກອບ: TTXVN)

ທີ່ກອງປະຊຸມທາງອອນລາຍຜັນຂະຫຍາຍແຜນການສັກວັກຊິນກັນໂຄວິດ-19 ເຊິ່ງດຳເນີນໃນຕອນເຊົ້າວັນທີ 06 ມີນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັ່ງລອງ ໃຫ້ຮູ້ວ່າ, ວັນທີ 08 ມີນາ ຫວຽດນາມ ຈະສັກວັກຊິນເຂັມທຳອິດຢູ່ແຂວງ ຫາຍເຢືອງ, ນະຄອນຮ່າໂນ້ຍ, ນະຄອນໂຮ່ຈີມິນ… ຍ້ອນປະລິມານວັກຊິນໃນຄັ້ງນີ້ບໍ່ຫຼາຍສະນັ້ນກະຊວງສາທາລະນະສຸກບຸລິມະສິດໃຫ້ແກ່ 13 ແຂວງ, ນະຄອນເກີດໂລກລະບາດ, ຄຽງຂ້າງນັ້ນ, ທາງກະຊວງກໍ່ພວມຕັ້ງໜ້າເຮັດວຽກກັບ COVAX ເພື່ອໃຫ້ໃນເດືອນ ມີນາ ນີ້ຈະມີງວດວັດຊິນ COVAX ປະມານ 1,2 ລ້ານໂດສ ມາຮອດຫວຽດນາມ, ເດືອນ ເມສາ ແລະ ພຶດສະພາ ຈະມາເຖິງ ແຫຼ່ງສະໜອງວັກຊິນຈະຫຼາຍກວ່າ. ດ້ວຍແຜນການສັກວັກຊິນກັນໂຄວິດ-19 ໃນຄັ້ງທຳອິດນີ້, ຈະສຸມໃສ່ບັນດາເປົ້າໝາຍໃຫ້ບຸລິມະສິດ ແລະ ບັນດາຜູ້ເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດໂດຍກົງ. ທ່ານລັດຖະມົນຕີ ຫງວຽນແທັ່ງລອງ ກວ່າວ່າ.

        “ພວກເຮົາສະຫງວນບັນດາເຂັມວັກຊິນທຳອິດໃຫ້ແກ່ຜູ້ເຮັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂດຍກົງ ເພື່ອຫຼຸດຜ່ອນຄວາມສ່ຽງຕິດແປດໃຫ້ແກ່ບັນດາເປົ້າໝາຍນີ້. ບັນດາແພດໝໍເບິ່ງແຍງດູແລຜູ້ຕິດເຊື້ອພະຍາດໂຄວິດ-19 ໂດຍກົງ ມີຄວາມສ່ຽງຕິດແປດສູງ, ຍ້ອນເຮັດນັ້ນ ພວກເຮົາຕ້ອງປົກປ້ອງບັນດາກຳລັງນີ້, ຄຽງຂ້າງນັ້ນແມ່ນບັນດາຜູ້ເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດໃນຊຸມຊົນ, ຄືຜູ້ໄປຕາມຫາເຊື້ອພະຍາດ, ເຮັດວຽກງານເກັບຕົວຢ່າງ… ຍ້ອນເຫດນັ້ນ, ໃນຄັ້ງນີ້ພວກຂ້າພະເຈົ້າບໍ່ສາມາດຈັດແບ່ງວັກຊິນໃຫ້ແກ່ 63 ທ້ອງຖິ່ນໄດ້, ພຽງແຕ່ຈັດແບ່ງໃຫ້ແກ່ 13 ແຂວງ, ນະຄອນເກີດໂລກລະບາດ ແລະ ໃຫ້ບຸລິມະສິດແກ່ແຂວງ ຫາຍເຢືອງ.”

ໃນເຫດການທີ່ກ່ຽວຂ້ອງ, ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 18 ໂມງຂອງວັນທີ 05 ມີນາ ຫາເວລາ 6 ໂມງຂອງວັນທີ 06 ມີນາ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນໃໝ່ຕື່ມອີກ 7 ຄົນ, ໃນນັ້ນ 6 ຄົນຢູ່ແຂວງ ຫາຍເຢືອງ, 1 ຄົນແມ່ນຜູ້ເຂົ້າເມືອງໄດ້ແຍກຕົວໂດຍທັນທີ.

        ສະນັ້ນ, ໄລ່ຮອດເວລາ 6 ໂມງຂອງວັນທີ 06 ມີນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 2501 ຄົນ, ໃນນັ້ນ 1.578 ຄົນຕິດແປດໃນຊຸມຊົນ. 35 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ