ວັນທີ 08 ມີນາ, ເລີ່ມສັກວັກຊິນໂຄວິດ-19

(VOVWORLD) -ຕາມກະຊວງສາທາລະນະສຸກຫວຽດນາມ ແລ້ວ, ວັນທີ 08 ມີນາ ຈະມາເຖິງນີ້ ຫວຽດນາມ ໄດ້ເລີ່ມສັກວັກຊິນໂຄວິດ-19 ທຳອິດ.
ວັນທີ 08 ມີນາ, ເລີ່ມສັກວັກຊິນໂຄວິດ-19 - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ
(ພາບ: TTXVN)

ໃນການເປັນປະທານກອງປະຊຸມຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເຊິ່ງດຳເນີນໃນຕອນເຊົ້າວັນທີ 05 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳ, ຊີ້ແຈ້ງວ່າ.

        “ເມື່ອມີວັກຊິນແລ້ວ, ຕ້ອງຈັດຕັ້ງການສັກວັກຊິນ ແລະ ດ້ານອື່ນ ກະຊວງສາທາລະນະສຸກ ຕ້ອງຕີລາຄາຄວາມປອດໄພ, ປະສິດທິພາບ, ປະສິດທິຜົນໃຫ້ເປັນຢ່າງດີທີ່ສຸດ. ນີ້ແມ່ນໜ້າທີ່ຫຍຸ້ງຍາກທີ່ສຸດ. ທີ 1, ກ່ອນທີ່ສັກວັກຊິນເປີດກວ້າງນັບລ້ານໂດສ ບາງເທື່ອກໍ່ເກີດສິ່ງຂາດຕົກບົກຜ່ອງ. ໄລຍະຈະມາເຖິງນີ້ຖ້າມີວັກຊິນຈະສັກວັກຊິນນີ້ນັບລ້ານໂດສ ນັບທັງວັກຊິນໄດ້ມີສະຖຽນລະພາບແລ້ວກໍ່ບໍ່ສາມາດຫຼີກລ້ຽງການເກີດສິ່ງຂາດຕົກບົກຜ່ອງ… ຖ້າບໍ່ຄວບຄຸມເປັນຢ່າງດີນັ້ນ, ບັນດາສິ່ງຂາດຕົກບົກຜ່ອງນັ້ນຈະເກີດຂຶ້ນກາຍເປັນເຫດການໃຫຍ່. ທີ 2 ແມ່ນວັກຊິນທັງໝົດທີ່ໄດ້ສັກແລ້ວກ່ອນໜ້ານັ້ນ, ວັກຊິນບາງຊະນິດທີ່ໄດ້ຄົ້ນຄວ້າມາເປັນເວລາ 7 – 8 ປີ, ຊ້ຳບໍ່ໜຳແມ່ນ 12 ປີຈຶ່ງຈະມີສະຖຽນລະພາບ; ສ່ວນກ່ຽວກັບວັກຊິນໂຄວິດ-19 ໃໝ່ອ່ຽມ, ຕ້ອງປະຕິບັດໂດຍດ່ວນ, ນັບທັງການສະໜອງໃບອະນຸຍາດນຳເຂົ້າຫວຽດນາມ ກໍ່ຮີບດ່ວນ. ລັກສະນະລະມັດລະວັງ ແລະ ການກະກຽມຕ້ອງລະອຽດອ່ອນກວ່າ. ບັນຫາໜຶ່ງອີກນັ້ນແມ່ນ ຍູ້ແຮງກວ່າອີກ, ຮີບເຮັ່ງຊຸກຍູ້ການຜະລິດວັກຊິນຢູ່ພາຍໃນປະເທດ…”

        ໃນຄັ້ງທຳອິດນີ້, ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນຂອງ Astra Zenecca ຈຳນວນ 117.000 ໂດສ ໃຫ້ກຳລັງນຳໜ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ