ວັນທີ 1 ພຶດສະພາ: ຍັງເຫຼືອພຽງ 3.717 ກໍລະນີ ຕິດເຊື້ອ ໂຄວິດ -19

(VOVWORLD) -ໃນວັນທີ 1 ພຶດສະພາ ມີພຽງແຕ່ 1 ຄົນເສຍຊີວິດຍ້ອນໂຄວິດ. ບັນດາທ້ອງຖິ່ນທີ່ມີຈຳນວນຜູ້ຕິດເຊື້ອຫຼຸດລົງຫຼາຍທີ່ສຸດເມື່ອທຽບໃສ່ກັບມື້ກ່ອນນັ້ນແມ່ນແຂວງ ຟູເຖາະ, ບັກນິງ, ນິງບິ່ງ, ຕາມລຳດັບ.
ວັນທີ 1 ພຶດສະພາ: ຍັງເຫຼືອພຽງ 3.717 ກໍລະນີ ຕິດເຊື້ອ ໂຄວິດ -19 - ảnh 1ພາບປະກອບ

     ນັບແຕ່ເວລາ 16 ໂມງຂອງວັນທີ 30 ເມສາຫາເວລາ 16 ໂມງວັນທີ 1 ພຶດສະພານີ້, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 3.717 ຄົນ (ຫຼຸດ 1.392 ກໍລະນີເມື່ອທຽບໃສ່ມື້ກ່ອນ) ຢູ່ 53 ແຂວງ, ນະຄອນໃນທົ່ວປະເທດ. ນີ້ແມ່ນຈຳນວນຜູ້ຕິດເຊື້ອໜ້ອຍສຸດໃນປະມານ 270 ມື້ຜ່ານມາ. ໃນວັນທີ 1 ພຶດສະພາ ມີພຽງແຕ່ 1 ຄົນເສຍຊີວິດຍ້ອນໂຄວິດ. ບັນດາທ້ອງຖິ່ນທີ່ມີຈຳນວນຜູ້ຕິດເຊື້ອຫຼຸດລົງຫຼາຍທີ່ສຸດເມື່ອທຽບໃສ່ກັບມື້ກ່ອນນັ້ນແມ່ນແຂວງ ຟູເຖາະ, ບັກນິງ, ນິງບິ່ງ, ຕາມລຳດັບ.

ຕອບກັບ

ຂ່າວ/ບົດ​ອື່ນ