ວັນທີ 10 ພຶດສະພາ, ປະກາດດັດຊະນີກຳລັງແກ່ງແຍ້ງຂັ້ນແຂວງ

(VOVWORLD) - ຜ່ານໝາກຜົນຂອງການສຳຫຼວດວິສາຫະກິດກ່ວາ 10.000 ແຫ່ງໃນທົ່ວປະເທດ, ບົດລາຍງານໄດ້ປະກາດຕາຕະລາງຈັດອັນດັບບັນດາທ້ອງຖິ່ນນຳໜ້າກ່ຽວກັບຄຸນນະພາບຂອງການບໍລິຫານເສດຖະກິດ.
ວັນທີ 10 ພຶດສະພາ, ປະກາດດັດຊະນີກຳລັງແກ່ງແຍ້ງຂັ້ນແຂວງ - ảnh 1ຕາຕະລາງຈັດອັນດັບກຳລັງແກ່ງແຍ້ງຂັ້ນແຂວງ

ຕອນເຊົ້າວັນທີ 9 ພຶດສະພາ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຈັດການປະກາດດັດຊະນີກຳລັງແກ່ງແຍ້ງຂັ້ນແຂວງ (PCI) ແລະ ດັດຊະນີສີຂຽວຂັ້ນແຂວງ (PGI) 2023. ຜ່ານໝາກຜົນຂອງການສຳຫຼວດວິສາຫະກິດກ່ວາ 10.000 ແຫ່ງໃນທົ່ວປະເທດ, ບົດລາຍງານໄດ້ປະກາດຕາຕະລາງຈັດອັນດັບບັນດາທ້ອງຖິ່ນນຳໜ້າກ່ຽວກັບຄຸນນະພາບຂອງການບໍລິຫານເສດຖະກິດ. ທ່ານ ເດົ້າແອັງຕວັນ, ຮອງເລຂາທິການ VCCI ໃຫ້ຮູ້ວ່າ:

        “ເພື່ອສ້າງດັດຊະນີສີຂຽວ, ພວກຂ້າພະເຈົ້າໄດ້ອີງໃສ່ 4 ດັດຊະນີທີ່ແຕກຕ່າງກັນ. ທີ່ໜຶ່ງແມ່ນບັນຫາປົກປັກຮັກສາສິ່ງແວດລ້ອມ. ທີສອງແມ່ນບັນດານະໂຍບາຍໜູນຊ່ວຍຂອງທ້ອງຖິ່ນຕາມທິດປະຕິບັດຕົວຈິງສີຂຽວ; ແລະ ການບໍລິຫານຂອງບັນດາວິສາຫະກິດ ແມ່ນສຳຄັນຫຼາຍ, ຮັບປະກັນບັນດາມາດຖານສິ່ງແວດລ້ອມຕ່ຳສຸດ. ເບິ່ງລວມແລ້ວ, ດັດຊະນີສີຂຽວນີ້ໄດ້ສຸມໃສ່ການກຳນົດທິດຊຸກຍູ້ບັນດາແຂວງ, ນະຄອນຕາມທິດພັດທະນາເສດຖະກິດ, ແຕ່ຍັງຮັກສາບັນຫາປົກປັກຮັກສາສິ່ງແວດລ້ອມໄດ້”.

        ບົດລາຍງານແມ່ນຮູບພາບທີ່ມີຊີວິດຊີວາກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ ໃນຊຸມປີຜ່ານມາພາຍໃຕ້ແງ່ມູມຂອງບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ, ແຕ່ການປະຕິຮູບໄດ້ຮັບການຕີລາຄາສູງຈາກວິສາຫະກິດ, ບັນດາຄວາມຫຍຸ້ງຍາກເຊິ່ງວິສາຫະກິດຕ້ອງປະເຊີນໜ້າ. ພິເສດ, ບົດລາຍງານປີນີ້ໄດ້ສົ່ງສານການຕີລາຄາຂອງ ວິສາຫະກິດກ່ຽວກັບຄວາມມານະພະຍາຍາມຂອງອຳນາດການປົກຄອງທ້ອງຖິ່ນໃນການຄຸ້ມຄອງ, ປົກປັກຮັກສາສິ່ງແວດລ້ອມ ແລະ ຊຸກຍູ້ການລົງທຶນສີຂຽວ, ປະຕິບັດຕົວຈິງສີຂຽວຂອງວິສາຫະກິດຢູ່ທ້ອງຖິ່ນ, ຜ່ານນັ້ນ, ກໍ່ສະເໜີແນະບັນດາທ້ອງຖິ່ນຊຸກຍູ້ການເຕີບໂຕສີຂຽວ ແລະ ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ