ວັນທີ 10 ເມສາ, ໃນທົ່ວປະເທດມີ16 ຄົນຕິດໂລກລະບາດໂຄວິດ-19 ໄດ້ຮັບການປະກາດປິ່ນປົວຫາຍດີ

(VOVWORLD) -ບັນດາຄົນເຈັບທີ່ປິ່ນປົວຫາຍດີເຫຼົ່ານັ້ນ ຈະສືບຕໍ່ໄດ້ແຍກຕົວ ແລະ ຕິດຕາມອາການສຸຂະພາບເປັນເວລາ 14 ວັນຕື່ມອີກ.

ວັນທີ 10 ເມສາ, ໃນທົ່ວປະເທດມີ16 ຄົນຕິດໂລກລະບາດໂຄວິດ-19 ໄດ້ຮັບການປະກາດປິ່ນປົວຫາຍດີ - ảnh 1 ຄົນຕິດໂລກລະບາດໂຄວິດ-19 ໄດ້ປະກາດຫາຍດີແລ້ວ

(ພາບ: kinhtedothi.vn)

ວັນທີ 10 ເມສາ, ຊາວຫວຽດນາມ 16 ຄົນຕິດໂລກລະບາດໂຄວິດ-19 ທີ່ພວມໄດ້ຮັບການແຍກຕົວປິ່ນປົວ ຢູ່ໂຮງໝໍແຫ່ງຕ່າງໆໄດ້ປະກາດຫາຍດີແລ້ວ, ຍົກຈຳນວນຜູ້ຕິດໂລກລະບາດໄດ້ຮັບການປິ່ວປົວຫາຍດີຂຶ້ນເປັນ 144 ຄົນ. ບັນດາຄົນເຈັບທີ່ປິ່ນປົວຫາຍດີເຫຼົ່ານັ້ນ ຈະສືບຕໍ່ໄດ້ແຍກຕົວ ແລະ ຕິດຕາມອາການສຸຂະພາບເປັນເວລາ 14 ວັນຕື່ມອີກ. ທ່ານໝໍ ຟ້າມງອັກຮ່າມ, ຫົວໜ້າພະແນກແພດສາດເຂດຮ້ອນ, ໂຮງໝໍດ່ານັ້ງ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າໄດ້ປະຕິບັດໜ້າທີ່ດ້ວຍຈິດໃຈກຽມພ້ອມທີ່ສຸດ. ຄຽງຂ້າງນັ້ນຍັງໄດ້ຮັບການລະດົມກຳລັງໃຈຂອງການນຳໂຮງໝໍ, ພະແນກ ແລະ ການນຳນະຄອນ. ເຖິງວ່າ, ໃນເວລາ 1 ເດືອນຜ່ານມາບໍ່ໄດ້ກັບເມືອບ້ານກໍ່ຕາມ, ແຕ່ພວກຂ້າພະເຈົ້າຍັງກຳນົດວ່າ, ຖ້າຫາກຍັງມີໂລກລະບາດພວກຂ້າພະເຈົ້າຕ້ອງສືບຕໍ່ຕໍ່ສູ້. ຫວັງວ່າ, ພວກຂ້າພະເຈົ້າຈະບັນລຸຜົນສຳເລັດໃນການຕ້ານໂລກລະບາດ ເພື່ອຊອກຫາຄວາມສະຫງົບສຸກໃຫ້ແກ່ນະຄອນ, ກໍຄືປະເທດຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ