ວັນ​ທີ 12 ມັງ​ກອນ, ຫວຽດ​ນາມ ​ທົດ​ລອງການ​ສັກວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 Nanocovax ໂດ​​ສມີ​ປະ​ລິ​ມານສູງ​ສຸດ

(VOVWORLD) -ວັນທີ 12 ມັງກອນ, ວິທະຍາຄານເສນາຮັກ ສືບຕໍ່ທົດລອງການສັກວັກຊິນກັນພະຍາດໂຄວິດ - 19 Nanocovax ທີ່ມີປະລິມານ 75mcg ແກ່ຜູ້ສະໝັກ 3 ຄົນ.
ວັນ​ທີ 12 ມັງ​ກອນ, ຫວຽດ​ນາມ ​ທົດ​ລອງການ​ສັກວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 Nanocovax ໂດ​​ສມີ​ປະ​ລິ​ມານສູງ​ສຸດ - ảnh 1ວັກຊິນກັນພະຍາດໂຄວິດ - 19 Nanocovax ທີ່ມີປະລິມານ 75mcg ຈະສັກໃຫ້ແກ່ຜູ້ສະໝັກ 3 ຄົນ

ນີ້ແມ່ນກຸ່ມຜູ້ສະໝັກ 20 ຄົນສຸດທ້າຍ ທີ່ເຂົ້າຮ່ວມການທົດລອງສັກວັກຊິນ ເພື່ອສຳຫຼວດເອົາປະລິມານທີ່ເໝາະສົມສຸດຕໍ່ 1 ໂດສ ຂອງວັກຊິນກັນພະຍາດໂຄວິດ - 19 Nanocovax ໄລຍະທີ 1.

        ໃນໄລຍະທີ 1, ວັກຊິນດັ່ງກ່າວ ໄດ້ສັກທົດລອງແກ່ຜູ້ສະໝັກ 60 ຄົນ ໃນເວລາ 4 ເດືອນ, ໂດຍໄດ້ແບ່ງອອກເປັນ 3 ກຸ່ມ, ລະອຽດແມ່ນ ກຸ່ມທີ 1 ສັກໂດສ 25mcg, ກຸ່ມທີ 2 ສັກໂດສ 50mcg ແລະ ກຸ່ມທີ 3 ສັກໂດສ 75mcg. ຄາດວ່າ ໃນທ້າຍປິ 2021, ຫວຽດນາມ ຈະມີຂໍ້ມູນຄົ້ນຄວ້າໃນເບື້ອງຕົ້ນຢ່າງພຽງພໍ ກ່ອນທີ່ຈະຕັດສິນໃຈຈຳໜ່າຍວັກຊິນໄປອອກສູ່ຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ