ວັນ​ທີ 16 ທັນ​ວາ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່​ຕື່ມ​ອີກ 15.270 ກໍ​ລະ​ນີ

(VOVWORLD) -       ໄລຮອດເວລາ 15 ໂມງຂອງວັນທີ 16 ທັນວາ, ທົ່ວປະເທດໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ເກືອບ 135,8 ລ້ານໂດສ. ອັດຕາຜູ້ສັກເຂັມທຳອິດ ກວມເອົາ 96,8%, ຜູ້ສັກເຂັມທີສອງແມ່ນ 80,3% ປະຊາກອນຜູ້ມີອາຍຸແຕ່ 18 ປີຂຶ້ນໄປ.
ວັນ​ທີ 16 ທັນ​ວາ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່​ຕື່ມ​ອີກ 15.270 ກໍ​ລະ​ນີ - ảnh 1(ພາບປະກອບ: VOV)

ນັບແຕ່ເວລາ 16 ໂມງຂອງວັນທີ 15 ທັນວາ ຫາເວລາ 16 ໂມງຂອງວັນທີ 16 ທັນວາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 15.270 ກໍລະນີ. ໄລ່ມາຮອດປັດຈຸບັນນີ້, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອ ສະສົມທັງໝົດ 1.493.237 ກໍລະນີ, ຢືນອັນດັບທີ 32 ໃນຈຳນວນ 223 ປະເທດ ແລະ ເຂດແຄວ້ນ.

          ໄລ່ຮອດເວລາ 15 ໂມງຂອງວັນທີ 16 ທັນວາ, ທົ່ວປະເທດໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ເກືອບ 135,8 ລ້ານໂດສ. ອັດຕາຜູ້ສັກເຂັມທຳອິດ ກວມເອົາ 96,8%, ຜູ້ສັກເຂັມທີສອງແມ່ນ 80,3% ປະຊາກອນຜູ້ມີອາຍຸແຕ່ 18 ປີຂຶ້ນໄປ.

 

ຕອບກັບ

ຂ່າວ/ບົດ​ອື່ນ