ວັນ​ທີ 16 ພຶດ​ສະ​ພາ, ມີ​ວັກ​ຊິນ​ກັນ​ໂຄວິດ - 19 ຕື່ມ​ອີກ 1,7 ລ້ານ​ໂດ​ສ ​ເຂົ້າມາ ຫວຽດ​ນາມ

(VOVWORLD) -ກະຊວງສາທາລະນະສຸກ ຈະແຈກຢາຍແຫຼ່ງວັກຊິນນີ້ ໃຫ້ແກ່ບັນດາຫົວໜ່ວຍ, ທ້ອງຖິ່ນ ເພື່ອປະຕິບັດການສັກວັກຊິນກັນໂຄວິດ - 19 ຕາມແຜນການທີ່ໄດ້ວາງອອກ.
ວັນ​ທີ 16 ພຶດ​ສະ​ພາ, ມີ​ວັກ​ຊິນ​ກັນ​ໂຄວິດ - 19 ຕື່ມ​ອີກ 1,7 ລ້ານ​ໂດ​ສ ​ເຂົ້າມາ ຫວຽດ​ນາມ - ảnh 1ພາບປະກອບ:  suckhoedoisong.vn

ວັນທີ 13 ພຶດສະພາ, ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ (UNICEF) ໄດ້ຢັ້ງຢືນວ່າ ໃນວັນທີ 16 ພຶດສະພາຈະມີວັກຊິນກັນໂຄວິດ - 19 ຕື່ມອີກ 1,7 ລ້ານໂດສ ຂອງ AstraZenceca ຈາກແຫຼ່ງ COVAX facility ໄດ້ມອບໃຫ້ ຫວຽດນາມ. ກະຊວງສາທາລະນະສຸກ ຈະແຈກຢາຍແຫຼ່ງວັກຊິນນີ້ ໃຫ້ແກ່ບັນດາຫົວໜ່ວຍ, ທ້ອງຖິ່ນ ເພື່ອປະຕິບັດການສັກວັກຊິນກັນໂຄວິດ - 19 ຕາມແຜນການທີ່ໄດ້ວາງອອກ. ທ່ານ ຫງວຽນແທັງລອງ ຢັ້ງຢືນວ່າ: ກະຊວງສາທາລະນະສຸກ ໄດ້ ແລະ ພວມສືບຕໍ່ຍູ້ແຮງຄວາມຄືບໜ້າໃນການຄົ້ນຫາ, ສຳຜັດ ແລະ ເຈລະຈາກ່ຽວກັບບັນດາແຫຼ່ງວັນຊິນ ເພື່ອສັກໃຫ້ແກ່ປະຊາຊົນ. ພ້ອມທັງ, ກະຊວງສາທາລະນະສຸກ ກໍ່ຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ ເພື່ອຮັບປະກັນຄວາມປອດໄພໃນການສັກວັກຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ