ວັນທີ 1/7, ໄຂກອງປະ ຊຸມໃຫຍ່ຜູ້ແທນທົ່ວ ປະເທດສະມາຄົມ ຊາວກະສີກອນ ຫວຽດນາມຄັ້ງທີ 6

ວັນທີ 1/7, ໄຂກອງປະ ຊຸມໃຫຍ່ຜູ້ແທນທົ່ວ ປະເທດສະມາຄົມ ຊາວກະສີກອນ ຫວຽດນາມຄັ້ງທີ 6 - ảnh 1
ກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ​ຄັ້ງ​ທີ 5
(ພາບປະກອບ)

(vovworld) – ຕອນ​ເຊົ້າວັນ​ທີ 1/7, ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ມີ​ຜູ້​ແທນ​ເກືອບ 1.200 ຄົນ, ທີ່​ຕາງໜ້າ​ໃຫ້​ພະນັກງານ​, ສະມາຊິກ​ສະມາຄົມ​ຊາວ​ກະ​ສີກ​ອນ, ຊາວ​ກະ​ສີກ​ອນທົ່ວ​ປະ​ເທດ 10 ລ້ານ​ຄົນ​ເຂົ້າ​ຮ່ວມກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ​ຄັ້ງ​ທີ 6. ດ້ວຍ​ຫົວ​ຂໍ້​ວ່າ “ສາມັກຄີ - ປ່ຽນ​ໃໝ່ - ​ເປັນ​ເຈົ້າ​ການ - ​ເຊື່ອມ​ໂຍງ - ພັດທະນາ​ຢ່າງ​ໝັ້ນຄົງ“. ກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ​ຄັ້ງ​ທີ 6 ​ແມ່ນ​ເຫດການ​ການ​ເມືອງ​ສຳຄັນ​ຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ. ນີ້​ແມ່ນ​ໂອກາດ​ເພື່ອ​ໂຄສະນາ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ, ປະຊາຊົນ​ທຸກ​ຊັ້ນ​ວັນນະ ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ, ໜ້າ​ທີ່​ຂອງ​ຊົນ​ຊັ້ນ​ຊາວນາ, ຂອງ​ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ ​ໃນ​ການ​ພັດທະນາ​ກະ​ສີ​ກຳ, ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ 3 ມື້​ແຫ່ງ​ການ​ດຳ​ເນີນ, ກອງ​ປະຊຸມ​ໃຫຍ່​ຈະ​ສຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 5 ອະ​ຍຸ​ການ 2008-2013 ຂອງ​ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ, ວາງ​ອອກ​ໜ້າ​ທີ່​ວຽກ​ງານ​ຂອງ​ສະມາຄົມ ​ແລະ ຂະ​ບວນການ​ຊາວ​ກະ​ສີກ​ອນ​ແຂ່ງຂັນ​ຮັກ​ຊາດ​ອະ​ຍຸ​ການ 2013 – 2018; ປັບປຸງ, ​ເພີ່ມ​ເຕີມ​ກົດ​ລະບຽບ​ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າ​ທີ່​ໃນ​ໄລຍະ​ໃໝ່.

 

 

ຂ່າວ/ບົດ​ອື່ນ