ວັນທີ 17/10, ຈະມອບລາງວັນແມ່ຍິງຫວຽດນາມປີ 2014

ວັນທີ 17/10, ຈະມອບລາງວັນແມ່ຍິງຫວຽດນາມປີ 2014 - ảnh 1
ພາບ​ປະ​ກອບ:internet

(vovworld)-​ ສະ​ເຫລີມ​ສະ​ຫລອງ 84 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະ​ຫ​ະ​ພັນ​ແມ່​ຍິງ​ຫວຽດ​ນາມ ແລະ ວັນ​ແມ່​ຍິງ​ຫວຽດ​ນາມ (20/10/2014), ສູນ​ກາງ​ສະ​ມາ​ຄົມ​ແມ່​ຍິງ​ຫວຽດ​ນາມ​ຈະ​ຈັດ​ຕັ້ງ​ງານ​ມະ​ໂຫລານ​ຮ້ອງ​ລຳ​ທຳ​ເພງ​ພື້ນ​ເມືອງປີ 2014 ຢູ່ ບັກ​ນີງ, ບາກ​ລຽວ. ງານ​ມະ​ໂຫລານ ເພື່ອ​ປະ​ກອບ​ສ່ວນ​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ທຳ​ນອງ​ເພງ​ພື້ນ​ເມືອງ​ຂອງ​ບັນ​ດາ​ເຂດ​​ແຄ້ວນ ເພື່ອ​ສ້າງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ຊາບ​ຊືມ​ນ້ຳ​ໃຈ​ຮັກ​ຊາດ, ມະ​ນຸດ​ສະ​ທຳ. ພ້ອມ​ກັນ​ນັ້ນ ລາງວັນ​ແມ່​ຍິງ​ຫວຽດ​ນາມ ປີ 2014 ຈະ​ມອບ​ໃຫ້ 5 ໝູ່​ຄະ​ນະ ແລະ10 ສ່ວນ​ບຸກ​ຄົນ ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ອອກ​ແຮງ​ງານ, ປະ​ດິດ​ສ້າງ ແລະ ຫນູນ​ຊ​່ວຍ​ໃຫ້​ຫລາຍ​ຄົນ​ໃນ​ປະ​ຊາ​ຄົມ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກມ​ີ​ຊີ​ວິດ​ເປັນ​ປົກ​ກະ​ຕິ, ມີ​ຄວາມ​ຜາ​ສຸກ.

 

 

 

 

ຂ່າວ/ບົດ​ອື່ນ