ວັນທີ 2 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 2.000 ຄົນ

(VOVWORLD) -ນັບແຕ່ໂຄວິດ-19 ເລີ່ມແຜ່ລະບາດເປັນຕົ້ນມາ, ຫວຽດນາມມີຜູ້ຕິດເຊື້ອ 10.783.026 ຄົນ, ຢືນອັນດັບ 12 ໃນຈຳນວນ 227 ປະເທດ ແລະ ເຂດແຄ້ວນ
ວັນທີ 2 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 2.000 ຄົນ - ảnh 1ພາບປະກອບ

     ຕອນບ່າຍວັນທີ 2 ສິງຫາ, ກະຊວງສາທາລະນະສຸກໃຫ້ຮູ້ວ່າ, ວັນທີ 2 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 2.000 ຄົນ; ມີຄົນເຈັບ 9.668 ຄົນໄດ້ຮັບການ ປິ່ນປົວຫາຍດີ ແລະ ເສຍຊີວິດ 1 ຄົນ.

      ນັບແຕ່ໂຄວິດ-19 ເລີ່ມແຜ່ລະບາດເປັນຕົ້ນມາ, ຫວຽດນາມມີຜູ້ຕິດເຊື້ອ 10.783.026 ຄົນ, ຢືນອັນດັບ 12 ໃນຈຳນວນ 227 ປະເທດ ແລະ ເຂດແຄ້ວນ, ໃນຂະນະທີ່ດ້ວຍອັດຕາຜູ້ຕິດເຊື້ອຕໍ່ລ້ານຄົນ, ຫວຽດນາມ ຢືນອັນດັບ 112 ໃນຈຳນວນ 227 ປະເທດ ແລະ ເຂດແຄວ້ນ.

     ມາຮອດປະຈຸບັນ, ຈຳນວນກໍລະນີຄົນເຈັບໄດ້ຮັບການປິ່ນປົວຫາຍດີແມ່ນ: 9.932.712 ກໍລະນີ. ຈໍານວນຜູ້ເສຍຊີວິດທັງໝົດມີ 43.094 ກໍລະນີ, ກວມເອົາ 0,4% ຈໍານວນຜູ້ຕິດເຊື້ອທັງໝົດ. ປະຈຸບັນ, ຫວຽດນາມໄດ້ສັກຢາວັກຊີນກັນພະຍາດໂຄວິດ-19 ໄດ້ຫຼາຍກວ່າ 304,5 ລ້ານໂດສ. 

ຕອບກັບ

ຂ່າວ/ບົດ​ອື່ນ