ວັນ​ທີ 20 ກໍ​ລະ​ກົດ ໄຂ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XV

(VOVWORLD) -ຕອນບ່າຍວັນທີ 17 ກໍລະກົດ, ຫ້ອງວ່າການສະພາແຫ່ງຊາດຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດຊຸດທີ XV. ຕາມນັ້ນແລ້ວ, ກອງປະຊຸມຈະໄຂຂຶ້ນໃນວັນທີ 20 ກໍລະກົດ, ກອງປະຊຸມໄດ້ດຳເນີນໃນໄລຍະເວລາ 11 ມື້ເຄິ່ງ, ຄາດວ່າຈະອັດລົງໃນວັນທີ 31 ກໍລະກົດ 2021.



ວັນ​ທີ 20 ກໍ​ລະ​ກົດ ໄຂ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XV - ảnh 1ກອງປະຊຸມຖະແຫຼງຂ່າວກ່ຽວກັບກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດຊຸດທີ XV
(ພາບ: ສະພາແຫ່ງຊາດ)

ກອງປະຊຸມຄັ້ງນີ້ມີບົດບາດສຳຄັນທີ່ສຸດ, ຕັ້ງພື້ນຖານໃຫ້ແກ່ການເຄື່ອນໄຫວຂອງສະພາແຫ່ງຊາດຊຸດທີ XV, ໃນນັ້ນມີເນື້ອໃນ: ສະພາແຫ່ງຊາດ ຈະດຳເນີນການເລືອກຕັ້ງ, ໃຫ້ສັດຕະຍາບັນ ບູລະນະບຸກຄະລາກອນບັນດາຕຳແໜ່ງການນຳຂອງບັນດາອົງການແຫ່ງລັດ, ພິຈາລະນາ, ປຶກສາຫາລືບັນດາບົດລາຍງານກ່ຽວກັບເສດຖະກິດ - ສັງຄົມ ແລະ ຕັດສິນບາງບັນຫາສຳຄັນອື່ນໆ.

ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ສະຫງວນເວລາເຮັດວຽກມາເປັນ 3 ວັນ ເພື່ອພິຈາລະນາ, ຕັດສິນກ່ຽວກັບວຽກງານຈັດຕັ້ງ, ບຸກຄະລາກອນ. ຕາມຂໍ້ກຳນົດຂອງລັດຖະທຳມະນູນປີ 2013, ພາຍຫຼັງສະພາແຫ່ງຊາດໄດ້ເລືອກຕັ້ງ ປະທານປະເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ຜູ້ພິພາກສາສານປະຊາຊົນສູງສຸດຈະປະຕິບັດພິທີສາບານຕົວຮັບດຳລົງຕຳແຫນ່ງຕໍ່ຫນ້າສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ