ວັນທີ 20 ພະຈິກ, ສະພາແຫ່ງຊາດດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ 6 ໄລຍະທີສອງ

(VOVWORLD) - ມາຮອດປະຈຸບັນ, ມີກ່ວາ 2.700 ຂໍ້ສະເໜີແນະ ໄດ້ຮັບການແກ້ໄຂ,  ການຕອບຄຳຖາມຂອງຜູ້ມີສິດເລືອກຕັ້ງບັນລຸ 99%
ວັນທີ 20 ພະຈິກ, ສະພາແຫ່ງຊາດດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ 6 ໄລຍະທີສອງ - ảnh 1ພາບປະກອບ

ວັນທີ 20 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ເລີ່ມດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 6 ຄັ້ງທີ 2, ດ້ວຍເນື້ອໃນສຳຄັນຫຼາຍຢ່າງ. ໃນຕອນເຊົ້າ ຂອງວັນທີ 20 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບໝາກຜົນຂອງການຕິດຕາມກວດກາ ການແກ້ໄຂຂໍ້ສະເໜີແນະຂອງບັນດາ ຜູ້ມີສິດເລືອກຕັ້ງທີ່ຝາກເຖິງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ XV.

ບົດລາຍງານໝາກຜົນການຕິດຕາມກວດກາການແກ້ໄຂຂໍ້ສະເໜີແນະຂອງຜູ້ມີ ສິດເລືອກຕັ້ງຝາກເຖິງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຊຸດທີ XV, ທ່ານ ເຢືອງແທັງບິ່ງ, ຫົວໜ້າຄະນະຂົນຂວາຍປະຊາຊົນຂຶ້ນກັບຄະນະປະຈຳ ສະພາແຫ່ງຊາດ ໃຫ້ຮູ້ວ່າ: ມາຮອດປະຈຸບັນ, ມີກ່ວາ 2.700 ຂໍ້ສະເໜີແນະ ໄດ້ຮັບການແກ້ໄຂ,  ການຕອບຄຳຖາມຂອງຜູ້ມີສິດເລືອກຕັ້ງບັນລຸ 99%. ຜູ້ມີສິດເລືອກຕັ້ງ ໄດ້ຕີລາຄາສູງໄລຍະຜ່ານມາ, ການເຄື່ອນໄຫວຂອງສະພາແຫ່ງ ຊາດມີການປ່ຽນແປງໃໝ່ຫຼາຍຢ່າງ, ມີຄຸນນະພາບ ແລະ ປະສິດທິຜົນ, ສະພາແຫ່ງຊາດ ນັບມື້ນັບມີຄວາມສະໜິດຕິດພັນກັບປະຊາຊົນຫຼາຍກ່ວາອີກ.

        ໃນອາທິດເຮັດວຽກນີ້, ສະພາແຫ່ງຊາດໄດ້ສະຫງວນເວລາ 1 ວັນເພື່ອ ປຶກສາຫາລື ກ່ຽວກັບບົດລາຍງານວຽກງານຂອງປະທານສານປະຊາຊົນສູງສຸດ, ຫົວໜ້າອົງການ ໄອຍາການປະຊາຊົນສູງສຸດ; ວຽກງານປະຕິບັດຄຳຕັດສິນຂອງສານ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2023; ສະພາແຫ່ງຊາດກໍ່ປຶກສາຫາລືກ່ຽວກັບໝາກຜົນ ຂອງການຕ້ອນຮັບພົນລະເມືອງ, ແກ້ໄຂໃບຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງໃນປີ 2023 ແລະ ຮ່າງກົດໝາຍບາງສະບັບ.

 

ຕອບກັບ

ຂ່າວ/ບົດ​ອື່ນ