​ວັນ​ທີ 21 ກັນຍາ, ຫວຽດນາມ ຢັ້ງຢືນ​ບໍ່​ມີ​ກໍລະນີ​ຕິດ​ເຊື້ອ​ພະຍາດໂຄ​ວິດ - 19 ​ໃໝ່ຕື່ມ​ອີກ

(VOVWORLD) -ໄລ່ຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 1.068 ຄົນ.
​ວັນ​ທີ 21 ກັນຍາ, ຫວຽດນາມ ຢັ້ງຢືນ​ບໍ່​ມີ​ກໍລະນີ​ຕິດ​ເຊື້ອ​ພະຍາດໂຄ​ວິດ - 19 ​ໃໝ່ຕື່ມ​ອີກ - ảnh 1ການວິໄຈຫາເຊື້ອໄວຣັດ SARS - CoV - 2  (ພາບປະກອບ: TTXVN) 

        ຕາມບົດລາຍງານຂອງຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ: ວັນທີ 21 ກັນຍາ, ຫວຽດນາມ ຢັ້ງຢືນບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ. ໄລ່ຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 1.068 ຄົນ. ໃນນັ້ນ ມີຜູ້ຕິດເຊື້ອ 947 ຄົນໃນຈໍານວນ 1068 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ ແລະ ມີຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ ທັງໝົດ 35 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ