ວັນ​ທີ 22 ຕຸ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ຫຼຸດ​ຢ່າງ​ແຮງ​ໃນ​ຮອບ​ເວ​ລາ 2 ເດືອນ​ຜ່ານ​ມາ

(VOVWORLD) -ນັບແຕ່ເວລາ 17 ໂມງຂອງວັນທີ 21 ຕຸລາ ຫາເວລາ 17 ໂມງຂອງວັນທີ 22 ຕຸລາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ  3.985 ກໍລະນີ. 
ວັນ​ທີ 22 ຕຸ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ຫຼຸດ​ຢ່າງ​ແຮງ​ໃນ​ຮອບ​ເວ​ລາ 2 ເດືອນ​ຜ່ານ​ມາ - ảnh 1(ພາບປະກອບ: TTXVN)

ລາຍການຂ່າວໂຄວິດ - 19 ຂອງກະຊວງສາທາລະນະສຸກ ຫວຽດນາມ ໃນວັນທີ 22 ຕຸລາ ໃຫ້ຮູ້ວ່າ ນັບແຕ່ເວລາ 17 ໂມງຂອງວັນທີ 21 ຕຸລາ ຫາເວລາ 17 ໂມງຂອງວັນທີ 22 ຕຸລາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ  3.985 ກໍລະນີ, ໃນນັ້ນ ມີ 08 ກໍລະນີ ເຂົ້າເມືອງ. ນະຄອນໂຮ່ຈີມິນ, ເຕີຍນິງ, ກາເມົາ ລ້ວນແຕ່ຢັ້ງຢືນວ່າ ຈຳນວນຜູ້ຕິດເຊື້ອຫຼຸດລົງຢ່າງແຮງ.

        ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 5.202 ຄົນ ໄດ້ຮັບການປິ່ນປົວຫາຍດີໃນວັນທີ 22 ຕຸລາ, ອັນໄດ້ຍົກຍອດຈຳນວນຜູ້ໄດ້ປິ່ນປົວຫາຍດີໄລ່ມາຮອດປັດຈຸບັນ ແມ່ນ 803.326 ຄົນ. ພິເສດ, ໃນວັນດຽວກັນ, ມີຜູ້ເສຍຊີວິດ 56 ຄົນ, ເຊິ່ງເປັນຕົວເລກທີ່ຕ່ຳສຸດໃນຮອບເວລາ 2 ເດືອນຜ່ານມາ.

        ເປັນອັນວ່າ, ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 881.522 ຄົນ, ຢືນອັນດັບທີ 40/223 ປະເທດ ແລະ ເຂດແຄວ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ