ວັນທີ 23 ມັງກອນ, ທ່ານປະທານາທິບໍດີ ສະຫະພັນ ເຢຍລະມັນ ແລະ ພັນລະຍາຢ້ຽມຢາມທາງລັດຖະກິດ ຫວຽດນາມ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ຫວຽດນາມ, ທ່ານ ປະທານາທິບໍດີ Frank-Walter Steinmeier ຈະເຂົ້າຮ່ວມພິທີຕ້ອນຮັບທາງການທີ່ທຳນຽບປະທານປະເທດ, ພົບປະເຈລະຈາກັບທ່ານປະທານປະເທດ ຫວໍວັນເຖືອງ; ເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນບັນດາເອກະສານຮ່ວມມື...

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ວັນທີ 23 ມັງກອນ, ທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນລະຫວ່າງວັນທີ 23 – 24 ມັງກອນ.

       ໃນຂອບເຂດການຢ້ຽມຢາມ ຫວຽດນາມ, ທ່ານ ປະທານາທິບໍດີ Frank-Walter Steinmeier ຈະເຂົ້າຮ່ວມພິທີຕ້ອນຮັບທາງການທີ່ທຳນຽບປະທານປະເທດ, ພົບປະເຈລະຈາກັບທ່ານປະທານປະເທດ ຫວໍວັນເຖືອງ; ເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນບັນດາເອກະສານຮ່ວມມື, ພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ຢ້ຽມຢາມ ວັນມ໋ຽວ - ກວັກຕຶ້ຢ໋າມ ກໍ່ຄືພົບປະກັບນັກສຳມະນາກອນ, ຄູອາຈານ, ບັນດາຄູ່ຮ່ວມມືຮັບສະໝັກຄັດເລືອກແຮງງານ ເພື່ອຊອກຮູ້ຫົວຂໍ້ແລກປ່ຽນແຮງງານລະຫວ່າງສອງປະເທດ ຫວຽດນາມ  -  ເຢຍລະມັນ.

        ໃນການຢ້ຽມຢາມຂອງທ່ານປະທານາທິບໍດີ Frank-Walter Steinmeier ໄດ້ຈັດຂຶ້ນໃນສະພາບການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດພັດທະນາຢ່າງຕັ້ງໜ້າ, ນັບມື້ນັບເລິກເຊິ່ງ, ກ້ວາງຂວາງ, ມີປະສິດທິຜົນ ແລະ ຮອບດ້ານພາຍຫຼັງເກືອບ 50 ປີ ແຫ່ງວັນສ້າງຕັ້ງການພົວພັນ. ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານປະທານາທິບໍດີ ເຢຍລະມັນ ແລະ ພັນລະຍາ ກໍ່ສະແດງໃຫ້ເຫັນວ່າ ເຢຍລະມັນ ຖືເປັນສຳຄັນ ແລະ ປາດຖະໜາຢາກປັບປຸງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ. ການຢ້ຽມຢາມໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ສ້າງກຳລັງໜູນໃໝ່, ຍູ້ແຮງ, ເຮັດໃຫ້ບັນດາເສົາຄ້ຳການຮ່ວມມືລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ