ວັນທີ 24 ຕຸລາ: ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດລາຍໃໝ່ 546 ຄົນ, ມີ 2 ຄົນເສຍຊີວິດ

(VOVWORLD) -ຈຳນວນວັກສິນໄດ້ສັກແລ້ວແມ່ນ 261.297.020 ໂດສ.

        ຕາມແຫຼ່ງຂ່າວປ້ອງກັນ, ຕ້ານໂລກລະບາດຂອງກະຊວງສາທາລະນະສຸກອອກວັນທີ 24 ຕຸລາ, ໂດຍໃຫ້ຮູ້ວ່າ, ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 546 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 124 ຄົນ ແລະ ມີ 2 ຄົນເສຍຊີວິດຢູ່ແຂວງ ໄຕນິງ.

        ນັບແຕ່ເມື່ອເກີດໂລກລະບາດໂຄວິດ-19 ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດ 11.497.533 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 10.601.089 ຄົນ. ຈຳນວນວັກສິນໄດ້ສັກແລ້ວແມ່ນ 261.297.020 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ