ວັນ​ທີ 26 ກັ​ນ​ຍາ, ຫວຽດ​ນາມ​ບໍ່​ກວ​ດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ລາຍ​ໃໝ່

(VOVWORLD) -ປັດຈຸບັນ, ຫວຽດນາມ ມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ ແມ່ນ 1.069 ຄົນໃນນັ້ນມີ 999ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. 
ວັນ​ທີ 26 ກັ​ນ​ຍາ, ຫວຽດ​ນາມ​ບໍ່​ກວ​ດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ລາຍ​ໃໝ່ - ảnh 1ພາບປະກອບ:  TTXVN

ນັບແຕ່ເວລາ 18 ໂມງຂອງວັນທີ 25 ກັນຍາ  ຫາ ເວລາ 6 ໂມງຂອງວັນທີ 26 ກັນຍາ, ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ. ປັດຈຸບັນ, ຫວຽດນາມ ມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ ແມ່ນ 1.069 ຄົນໃນນັ້ນມີ 999ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ດັ່ງນັ້ນ, ແມ່ນ 24 ມື້ແລ້ວທີ່ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ໃນຊຸມຊົນ.

        ແລະໃນເຫດການທີ່ກ່ຽວຂ້ອງໃນລະຫວ່າງວັນທີ 24 – 25 ກັນຍາ, ບັນດາອົງການຕາງໜ້າຫວຽດນາມ ປະຈຳເອີລົບ, ອາຟຼິກກາ ແລະ ອາເມລິກາໃຕ້, ບັນດາອົງການທີ່ມີໜ້າທີ່ ຮັບຜິດຊອບຂອງຫວຽດນາມ, ບໍລິສັດການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງປະເທດປະຈຳຖິ່ນ ໄດ້ຈັດຕັ້ງຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ 340 ຄົນຈາກກ່ວາ 30 ປະເທດຢູ່ພາກພື້ນດັ່ງກ່າວ ກັບມາປະເທດຢ່າງປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ