ວັນທີ 26 ເມສາ, ບໍ່ມີຜູ້ຕິດໂລກລະບາດໂຄວິດ-19 ໃໝ່ຕື່ມອີກ, ມີ 225 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ

(VOVWORLD) -ວັນທີ 26 ເມສາ, ຫວຽດນາມ ບໍ່ມີກໍລະນີຕິດໂລກລະບາດໂຄວິດ- 19 ໃໝ່ຕື່ມອີກ.
ວັນທີ 26 ເມສາ, ບໍ່ມີຜູ້ຕິດໂລກລະບາດໂຄວິດ-19 ໃໝ່ຕື່ມອີກ, ມີ 225 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ - ảnh 1(ພາບປະກອບ: TTXVN)

ຕາມຄະນະຊີ້ນຳແຫ່ງຊາດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລ້ວ, ວັນທີ 26 ເມສາ, ຫວຽດນາມ ບໍ່ມີກໍລະນີຕິດໂລກລະບາດໂຄວິດ- 19 ໃໝ່ຕື່ມອີກ. ມີຜູ້ຕິດໂລກລະບາດໂຄວິດ-19 ຈຳວນ 225 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ກວມເອົາ 83% ຈຳນວນຜູ້ຕິດໂລກລະບາດໂຄວິດ- 19 ຢູ່ຫວຽດນາມ. ປະຈຸບັນ, ຍັງເຫຼືອພຽງ 29 ຄົນທີ່ຍັງຕິດເຊື້ອໄວຣັດ SARS-CoV-2; ໃນນັ້ນ 13 ຄົນໃຫ້ຜົນກວດເປັນລົບ 1 ຄັ້ງ; 3 ຄົນໃຫ້ຜົນກວດເປັນລົບ 2 ຄັ້ງ. 5 ຄົນໃຫ້ຜົນກວດເປັນບວກກັບໄວຣັດ SARS-CoV-2 ຄືນໃໝ່ ແມ່ນສືບຕໍ່ໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ.

ຕາມບັນດານັກຊ່ຽວຊານທາງລະບາດວິທະຍາແລ້ວ, ໃນຕົວຈິງ ຫວຽດນາມ ອາດຈະ ກວດບໍ່ພົບກໍລະນີຜູ້ຕິດເຊື້ອໄວຣັດລາຍໃໝ່, ແຕ່ວ່າໃນຊຸມຊົນ ຍັງມີຜູ້ຕິດເຊື້ອໄວຣັດຢູ່. ເພາະສະນັ້ນ, ຫວຽດນາມ ບໍ່ຄວນປະໝາດ ບໍ່ວ່າໃນສະພາບການໃດໆ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 24 ເມສາ, ໜັງສືພິມ Standard ຂອງໂອຕາລິດ ໄດ້ລົງພິມບົດວິເຄາະໄຈ້ແຍກດ້ວຍຫົວຂໍ້ວ່າ “ບໍ່ມີກໍລະນີເສຍຊີວິດຍ້ອນໄວຣັດໂຄໂຣນາ ແລະ ມີ 2 ກໍລະນີຕິດໂລກລະບາດໃນເວລາ 11 ວັນ - ຫວຽດນາມ ໄດ້ເປັນແບບຢ່າງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ- 19”. ບົດຂຽນເນັ້ນໜັກວ່າ, ໂດຍແມ່ນປະເທດພວມພັດທະນາ ແລະ ມີແຫຼ່ງກຳລັງຈຳກັດ ສາມາດຄວບຄຸມໂລກລະບາດໄດ້ເປັນຢ່າງດີ ດ້ວຍບັນດາມາດຕະການທີ່ມີລາຍຈ່າຍຕ່ຳ ແລະ ບໍ່ຕ້ອງນຳໃຊ້ບັນດາມາດຕະການເຕັກ ໂນໂລຊີປິ່ນປົວໃຫ້ສິ້ນເປືອງ. ບົດຂຽນໄດ້ສະຫຼຸບວ່າ, ຮູບແບບການປ້ອງກັນ, ຕ້ານໂລກລະບາດໂຄວິດ- 19 ຂອງຫວຽດນາມ ແມ່ນເປັນໜ້າ ໃຫ້ບັນດາປະເທດຕ່າງໆ, ນັບທັງບັນດາປະເທດພັດທະນາຮ່ຳຮຽນຕາມ ໃນສະພາບໂລກລະບາດໂຄວິດ - 19 ຍັງບໍ່ທັນຄວບຄຸມໄດ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ