ວັນທີ 26/6, ຫວຽດນາມ ສະເຫຼີມສະຫຼອງວັນທົ່ວ ປວງຊົນປ້ອງກັນ, ຕ້ານຢາເສບຕິດ

ວັນທີ 26/6, ຫວຽດນາມ ສະເຫຼີມສະຫຼອງວັນທົ່ວ ປວງຊົນປ້ອງກັນ, ຕ້ານຢາເສບຕິດ - ảnh 1
ພາບແຕ້ມຂອງເດັກນ້ອຍກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ
(ພາບປະກອບ)

(vovworld) – ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນ, ຕ້ານ​ຢາ​ເສດ​ຕິດ​ໄດ້​ຈັດ​ຕັ້ງ​ຢູ່​ທ້ອງ​ຖີ່​ນຕ່າງໆ ​ເພື່ອ​ແນ​ໃສ່​ໂຄສະນາ​ເຜີ​ຍ​ແຜ່​ສານ​ຂອງ​ສະຫະ​ປະຊາ​ຊາດທີ່​ວ່າ “ຕິດ​ຢາ​ເສບ​ຕິດ​ອາດ​ຈະ​ສະ​ກັດ​ກັ້ນ​ໄດ້”. ຕາມ​ການ​ສະຖິຕິ​ຈາກ​ກະຊວງ​ຕຳຫຼວດ, ຮອດ​ເດືອນ 6/2014, ຫວຽດນາມ ມີ​ຜູ້​ຕິດ​ຢາ​ເສບ​ຕິດກ່ວາ 180.000 ຄົນ (​ແຕ່ລະ​ປີ​ເພີ່​ມຂຶ້ນ 6%). ສະພາບ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ​ເລື່ອງ​ອັດຕາ​ນຳ​ໃຊ້​ຢາ​ເສບ​ຕິດ​ພວມ​ເພີ່ມ​ຂຶ້ນ​ສູງ. ດັ່ງ​ນັ້ນ, ການຮ່ວມ​ແຮງ​ຮ່ວ​ມ​ໃຈ​ເພື່ອ​ຍູ້​ໄພ​ຢາ​ເສບ​ຕິດ​ໃຫ້​ຖອນ​ໄປ ​ແລະ ຫລຸດຜ່ອນ​ຜົນ​ສະທ້ອນ​ຂອງ​ຢາ​ເສບ​ຕິດ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນດາ​ອົງການ​ແຫ່ງ​ລັດ ຫຼື ບັນດາ​ອົງກາ​ນຈັດ​ຕັ້ງທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ເທົ່າ​ນັ້ນ ຫາກ​​ຍັງ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​​ແຕ່ລະຄົນ​ໃນ​ສັງຄົມອີກ​ດ້ວຍ.

    ​ແລກ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ ຮ່າ​ຕິ້ງ, ຄະນະ​ກຳ​ມະ​ການ​ປ້ອງ​ກັນ, ຕ້ານ AIDS ​ແລະ ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ, ​ໂສ​ເພນີ​ໄດ້​ສົມທົບ​ກັບ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ກະຊວງ​ຕຳຫຼວດ ​ແລະ ຄະ​ນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຕິ້ງ ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​, ​ເດີນ​ຂະ​ບວນ, ປຸກລະດົມ​ໂຄສະນາ​ເຜີຍ​​ແຜ່​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 11 ​ແຂວງ ພາກ​ເໜືອ ​ແລະ ພາກກາງ.

    ງານ​ໂຮມ​ຊຸມນຸມ​​ແມ່ນ​ໂອກາດ​ເພື່ອ​ໂຄສະນາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ ​ແລະ ບັນດາ​ຂໍ້​ກຳນົດ​ຂອງ​ອຳນາດ​ການ​ປົກຄອງ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ຢູ່​ວົງ​ຄະນະ​ຍາດ, ຜ່ານ​ນັ້ນ​ຍົກສູງສະຕິ​ຂອງ​ປະຊາ​ຊົນ​ຕໍ່ໜ້າ​ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ ​ແລະ ວິທີ​ປ້ອງກັນ, ຕ້ານ​ຢາ​ເສບ​ຕິດ, ຍ້ອງ​ຍໍ​ຊົມ​ເຊີຍ​ບັນດາ​ວຽກ​ງານ, ຫົວຄິດ​ປະດິດ​ສ້າງ​ຜ່ານ​ຜ່າ​ຄວາມ​ທຸກ​ຍາກ​ຂອງ​ບຸກຄົນໝູ່​ຄະນະ​ໃນ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ, ຄັດຄ້ານ​ການ​ກະທຳ​ຄ້າຂາຍ, ຂົນ​ສົ່ງ​ຢາ​ເສບ​ຕິດ​ໃນ​ວົງ​ຄະນະ​ຍາດ.​​..

    ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​​ເກີນ​ເທີ​ ຄະນະ​ຊາວ​ໜຸ່ມ​ນະຄອນ​​ໄດ້​ຈັດ​ຕັ້ງ​ງານ​​ໂຮມຊຸມນຸມ​ເພື່ອ​ຕອບ​ສະໜອງ​ເຫດການ​ນີ້ ​ແລະ ຍ້ອງຍໍ​ຊົມ​ເຊີຍ 10 ໝູ່​ຄະນະ, ສ່ວນບຸກຄົນ​ມີຜົນງານ​ດີ​ເດັ່ນ​ໃນ​ວຽກ​ງານ​ໂຄສະນາປ້ອງກັນ, ຕ້ານ​ຢາ​ເສບ​ຕິດ.

    ກ່າວ​ຄຳ​ເຫັນ​ທີ່​ພິທີ, ​ໂດຍຕາງໜ້າ​ໃຫ້​ໄວ​ໜຸ່ມ​ນະຄອນ ​ເກີນ​ເທີ, ​ເລຂາ​ຄະນະ​ຊາວ​ໜຸ່ມ​ວິ​ທະ​ຍາ​ໄລ​ເສດຖະກິດ​ ​ເຕັກນິກ​ເກີນ​ເທີ, ທ່ານ​ນາງ​ຫງວຽນ​ດວານ​ຈິງ, ​ໃຫ້​ຮູ້​ວ່າ:

    “ພາຍຫຼັງ​ພິທີ​ໂຮມ​ຊຸມນຸມ, ພວກ​ຂ້າພະ​ເຈົ້າ​ຈ​ະ​ເຂົ້າຮ່ວມ​ກອງ​ອາສາ​ສະໝັກ​ເພື່ອ​ໂຄສະນາ​ກ່ຽວ​ກັບ​ຜົນ​ຮ້າຍ​ກໍ່​ຄື​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຢ່າງ​ໜັກໜ່ວງ​ຂອງ​ຢາ​ເສບ​ຕິດ. ນອກຈາກນັ້ນກໍ່ຂົນຂວາຍ​ບັນດາ​ສະມາຊິກ​ຄະນະຊາວ​ໜຸ່​ມ​ເຂົ້າ​ຮ່ວມບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​​ປອດ​ໄສ ​ເພື່ອປາສະຈາກ​ຢາ​ເສບ​ຕິດ, ຊ່ວຍ​ເຫຼືອ, ໜູນ​ຊ່ວຍ​ບັນດາ​ເພື່ອນພາຍຫຼັງ​ການ​ບຳບັດ​ຢາ​ເສບ​ຕິດ​ມີ​ການເຄື່ອນ​ໄຫວ​ເຊື່ອ​ມຕົວ​ເຂົ້າ​ກັບ​ວົງ​ຄະນະ​ຍາດ.”

 

 

 

 


ຂ່າວ/ບົດ​ອື່ນ