ວັນທີ 27 ມັງກອນ, ສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສັນຍາ ປາຣີ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສັນຍາ ປາຣີ ໄດ້ຮັບການລົງນາມ, ຕອນຄ່ຳວັນທີ 26 ມັງກອນ, ຢູ່ແຂວງ ກວາງຈີ້ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສິລະປະດ້ວຍຫົວຂໍ້ “ບົດເພງສັນຕິພາບ”.
ວັນທີ 27 ມັງກອນ, ສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສັນຍາ ປາຣີ - ảnh 1 ບັນດາຜູ້ແທນທີ່ລາຍການ

ກ່ອນນີ້ 45 ປີ, ວັນທີ 27 ມັງກອນ 1973, ສັນຍາກ່ຽວກັບການສິ້ນສຸດສົງຄາມ, ສັນຕິພາບກັບຕ່າວຄືນມາຢູ່ ຫວຽດນາມ (ສັນຍາ ປາຣີ) ໄດ້ຮັບການລົງນາມ, ສິ້ນສຸດກອງປະຊຸມ ປາຣີ - ການຕໍ່ສູ້ການທູດແກ່ຍາວ, ຫຍຸ້ງຍາກທີ່ສຸດໃນປະຫວັດສາດຂອງພື້ນການທູດປະຕິວັດ ຫວຽດນາມ ໃນສະໄໝ ໂຮ່ຈີມິນ ຢ່າງມີໄຊ. ນີ້ແມ່ນເຫດການປະຫວັດສາດສຳຄັນທີ່ສຸດ, ບັງຄັບ ອາເມລິກາ ຖອນອອກຈາກພາກໃຕ້ ຫວຽດນາມ, ສ້າງເງື່ອນໄຂສະດວກເພື່ອປະຕິບັດຄາດໝາຍ “ຕີສັດຕູໃຫ້ປະລາໄຊ”, ແມ່ນປະຖົມປັດໄຈ ເພື່ອປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975.

        ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສັນຍາ ປາຣີ ໄດ້ຮັບການລົງນາມ, ຕອນຄ່ຳວັນທີ 26 ມັງກອນ, ຢູ່ແຂວງ ກວາງຈີ້ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສິລະປະດ້ວຍຫົວຂໍ້ “ບົດເພງສັນຕິພາບ”.

        ລາຍການໄດ້ສົ່ງສານກ່ຽວກັບຄວາມສາມັກຄີລະຫວ່າງຊົນຊາດ, ລັດທິວັດທະນະທຳມະນຸດອັນເລິກເຊິ່ງ, ກ່ຽວກັບຄວາມມຸ່ງຫວັງສັນຕິພາບຂອງປະຊາຊົນ ຫວຽດນາມ ແລະ ຂອງຊົນຊາດຮັກຫອມສັນຕິພາບໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ