ວັນທີ 29 ມີນານີ້, ຫວຽດນາມມີຜູ້ເປັນພະຍາດໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີເກືອບ 1,68 ລ້ານຄົນ

(VOVWORLD) -ມາຮອດຕອນບ່າຍວັນທີ 29/3, ຫວຽດນາມໄດ້ສັກຢາວັກຊີນຕ້ານພະຍາດໂຄວິດ-19 ໄດ້ເກືອບ 205,5 ລ້ານໂດສ, ໃນນັ້ນ ເຂັມທີ 3 ແມ່ນເກືອບ 49 ລ້ານໂດສ 
ວັນທີ 29 ມີນານີ້, ຫວຽດນາມມີຜູ້ເປັນພະຍາດໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີເກືອບ 1,68 ລ້ານຄົນ - ảnh 1ພາບປະກອບ

     ນັບແຕ່ເວລາ 16 ໂມງຂອງວັນທີ 28 ມີນາຫາເວລາ 16 ໂມງຂອງວັນທີ 29 ມີນານີ້, ຫວຽດນາມໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 88.378 ຄົນ (ໃນນັ້ນມີ 2 ກໍລະນີມາຈາກຕ່າງປະເທດ), ແລະ 55 ຄົນເສຍຊີວິດ. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 9.386.489 ຄົນ.

    ໃນວັນທີ 29 ມີນາ, ມີຄົນເຈັບ 1.679.138 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກ ຈໍານວນກໍລະນີທີ່ໄດ້ຮັບການປິ່ນປົວຫາຍດີເປັນ 7.153. 846 ຄົນ.

ມາຮອດຕອນບ່າຍວັນທີ 29/3, ຫວຽດນາມໄດ້ສັກຢາວັກຊີນຕ້ານພະຍາດໂຄວິດ-19 ໄດ້ເກືອບ 205,5 ລ້ານໂດສ, ໃນນັ້ນ ເຂັມທີ 3 ແມ່ນເກືອບ 49 ລ້ານໂດສ 

ຕອບກັບ

ຂ່າວ/ບົດ​ອື່ນ