ວັນ​ທີ 4 ພະ​ຈິກ, ຫວຽດ​ນາມ ມີ​ຜູ້​ຕິດ​ເຊື້ອ​ພະ​ຍ​າ​ດ​ໂຄວິດ - 19 ລາຍ​ໃໝ່ 6.580 ກໍ​ລະ​ນີ

(VOVWORLD) -ນັບແຕ່ເວລາ 16 ໂມງຂອງວັນທີ 03 ພະຈິກ ຫາເວລາ 16 ໂມງຂອງວັນທີ 04  ພະຈິກ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ 6.580 ກໍລະນີ, ໃນນັ້ນມີ 4 ກໍລະນີເຂົ້າເມືອງ ແລະ ມີ 6.576 ກໍລະນີຢູ່ 49 ແຂວງ, ນະຄອນ ຂອງ ຫວຽດນາມ.
ວັນ​ທີ 4 ພະ​ຈິກ, ຫວຽດ​ນາມ ມີ​ຜູ້​ຕິດ​ເຊື້ອ​ພະ​ຍ​າ​ດ​ໂຄວິດ - 19 ລາຍ​ໃໝ່ 6.580 ກໍ​ລະ​ນີ - ảnh 1(ພາບປະກອບ: VOV)

ຕາມລາຍການຂ່າວ ພະຍາດໂຄວິດ - 19 ວັນທີ 4 ພະຈິກ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 16 ໂມງຂອງວັນທີ 03 ພະຈິກ ຫາເວລາ 16 ໂມງຂອງວັນທີ 04  ພະຈິກ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ 6.580 ກໍລະນີ, ໃນນັ້ນມີ 4 ກໍລະນີເຂົ້າເມືອງ ແລະ ມີ 6.576 ກໍລະນີຢູ່ 49 ແຂວງ, ນະຄອນ ຂອງ ຫວຽດນາມ.

        ນັບແຕ່ເມື່ອເກີດໂລກລະບາດມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມ 946.043 ກໍລະນີ, ຢືນອັນດັບທີ 40/223 ປະເທດ ແລະ ເຂດແຄວ້ນ, ຖ້າໄລ່ອັດຕາຜູ້ຕິດເຊື້ອໃນຈຳນວນປະຊາກອນ 1 ລ້ານຄົນນັ້ນ, ຫວຽດນາມ ຢຶນອັນດັບທີ 151/223 ປະເທດ ແລະ ເຂດແຄວ້ນ.

        ໃນວັນດຽວກັນ, ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 1.731 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຈຳນວນຜູ້ຫາຍດີທັງໝົດຢູ່ ຫວຽດນາມ ຂຶ້ນເປັນ 835.406 ກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ