ວັນທີ 4 ມັງກອນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ຫຼາຍກ່ວາ 16.000 ຄົນ ໄດ້ຮັບການປິ່ນປົວຫາຍດີ

(VOVWORLD) -ໃນວັນທີ 4 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ  16.227 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.413.384  ຄົນ
ວັນທີ 4 ມັງກອນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ຫຼາຍກ່ວາ 16.000 ຄົນ ໄດ້ຮັບການປິ່ນປົວຫາຍດີ - ảnh 1ພາບປະກອບ

     ນັບແຕ່ເວລາ 16 ໂມງຂອງວັນທີ 3 ມັງກອນ ຫາ ເວລາ 16 ໂມງຂອງວັນທີ 4 ມັງກອນ,   ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 14.861 ຄົນ, ໃນນັ້ນ ມີ 32 ກໍລະນີມາຈາກຕ່າງປະເທດ. ເປັນອັນວ່າ ມາຮອດປະຈຸບັນ, ຫວຽດນາມມີຜູ້ຕິດເຊື້ອ ໂຄວິດ-19 ລວມທັງໝົດ 1.800.704   ຄົນ

    ໃນວັນດຽວກັນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ  16.227 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.413.384  ຄົນ.

     ໄລ່ຮອດຕອນບ່າຍ ວັນທີ 4 ມັງກອນ, ຫວຽດນາມ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ 154,3  ລ້ານໂດສ.      ປະຈຸບັນອັດຕາການສັກວັກຊິນຢ່າງໜ້ອຍ 1 ເຂັມ ແມ່ນ 99,7% ແລະ ອັດຕາການສັກວັກຊີນຄົບໂດຍພື້ນຖານແມ່ນ 91,1%  ຈຳນວນປະຊາກອນໄວ 18 ປີຂຶ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ