ວັນ​ທີ 7 ຕຸ​ລາ, ຫວຽດ​ນາມ ມີ​ຜູ້​ຕິດ​ເຊື້ອ​​ໂຄວິດ - 19 ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີ​ຕື່ມ​ອີກ 1.402 ຄົນ

(VOVWORLD) - ນັບແຕ່ເວລາ 17 ໂມງ ຂອງວັນທີ 6 ຕຸລາ ຮອດເວລາ 17 ໂມງ ຂອງວັນທີ 07 ຕຸລາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ - 19 ລາຍໃໝ່ຕື່ມອີກ 4.150 ກໍລະນີ, ເຊິ່ງຫຼຸດລົງ 209 ກໍລະນີ ເມື່ອທຽບໃສ່ມື້ວານນີ້.
ວັນ​ທີ 7 ຕຸ​ລາ, ຫວຽດ​ນາມ ມີ​ຜູ້​ຕິດ​ເຊື້ອ​​ໂຄວິດ - 19 ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີ​ຕື່ມ​ອີກ 1.402 ຄົນ - ảnh 1(ພາບປະກອບ: VOV)

  ໄລ່ຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມຈຳນວນ 826.837 ກໍລະນີ, ຢືນອັນດັບທີ 43/223 ປະເທດ ແລະ ເຂດແຄວ້ນ. ຖ້າໄລ່ຕາມອັດຕາຜູ້ຕິດເຊື້ອໃນຈຳນວນປະຊາຊົນ 1 ລ້ານຄົນນັ້ນ, ຫວຽດນາມ ຢືນອັນດັບທີ 155/223 ປະເທດ ແລະ ເຂດແຄວ້ນ.

        ໃນວັນທີ 7 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີຕື່ມອີກ 1.402 ຄົນ, ອັນໄດ້ຍົກຈຳນວນຜູ້ໄດ້ຮັບການປິ່ນປົວຢູ່ ຫວຽດນາມ ມາຮອດປັດຈຸບັນ ແມ່ນ 758.488 ຄົນ. ແລະກໍໃນວັນດຽວກັນ, ຫວຽດນາມ ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຕື່ມອີກ 120 ຄົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ