ວັນທີ22/1,ກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມປຶກສາຫາລືບັນດາເອກະສານ

ວັນທີ22/1,ກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມປຶກສາຫາລືບັນດາເອກະສານ - ảnh 1
ທ່ານ ຫງວຽນຊິງຮູ່ງ, ກຳມະການກົມການເມືອງ, ປະທານ ສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະທານເປັນ ປະທານກອງປະຊຸມ (ພາບ: TTXVN)

(vovworld) –  ​ເອກະ​ສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ເຊິ່ງລວມມີ: ບົດ​ລາຍ​ງານ​ການ​ເມື​ອງຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ບົດ​ລາຍ​ງານ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ ​ໄລຍະ 5 ປີ 2011 – 2015 ​ແລະ ທິດ​ທາງ, ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ ​ໄລຍະ 5 ປີ 2016 – 2020. ກ່ອນ​ໜ້າ​ນັ້ນ, ​ໃນ​ວາລະ​ໄຂ​ໃນ​ຕອນ​ເຊົ້າ​ວັນ​ທີ 21/1, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ອ່ານ​ບົດ​ລາຍ​ງານ​ລວມຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 11 ກ່ຽວ​ກັບ​ບັນດາ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ຊີ້​ແຈ້ງ​ຄາດໝາຍ​ຮອດ​ປີ 2020 ນຳ ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ. ໜຶ່ງ​ໃນ​ບັນດາ​ກຳນົດ​ທິດ​ໃຫຍ່​ທີ່ຄວນ​ປະຕິບັດ​ແມ່ນ​ສືບ​ຕໍ່​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ​ສ້າງໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດ​ພຸມ​ປັນຍາ, ສ້າງ​ລະບອບ​ໃຫ້​ສົມບູນ​ແບບ, ພັດທະນາ​ເສດຖະກິດ​ການ​ຕະຫຼາດ​ຕາມກຳນົດ​ທິດ​ສັງຄົມ​ນິຍົມ. ຕ້ອງ​ເຫັນ​ດີ​ເປັນ​ເອກະ​ພາບ​ຄວາມ​ຮັບ​ຮູ້​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ມີ​ກາ​ນ​ເຄື່ອນ​ໄຫວ​ຢ່າງ​ຄົບ​ຖ້ວນ, ຄົບ​ຊຸດ​ຕາມ​ບັນດາ​ກົດ​​ເກນ​ຂອງ​ເສດຖະກິດ​ການ​ຕະຫຼາດ, ພ້ອມ​ທັງ​ຮັບປະກັນ​ການຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ​ເໝາະ​ສົມ​ກັບ​ແຕ່ລະ​ໄລ​ຍະ​ພັດທະນາ​ຂອງ​ປະ​ເທດ​ຊາດ. ນັ້ນ​ແມ່ນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດທີ່​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ມີການ​​ຄຸ້ມ​ຄອງ​ຂອງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ, ​ໂດຍ​ພັກ​ກອມ​ມູນິດ ຫວຽດນາມ ນຳພາ, ​ເພື່ອ​ຈຸດໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ”.

       


ຂ່າວ/ບົດ​ອື່ນ