ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ຊາ​ຍ​ແດນ​ ວັນ​ທີ 3 ມີ​ນາ

(VOVWORLD) -ວັນບຸນດັ່ງກ່າວຢູ່ລ້າງເຊີນ ກໍ່ແມ່ນໂອກາດເພື່ອຍ້ອງຍໍສັນລະເສີນ, ເຊີດຊູບັນດາໝູ່ຄະນະ ແລະ ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດວັນທົ່ວປວງຊົນປ້ອງກັນຊາຍແດນ.



ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ຊາ​ຍ​ແດນ​ ວັນ​ທີ 3 ມີ​ນາ - ảnh 1ທ່ານ ຫງວຽນຮຶວຈຽນ ຮອງປະທານແນວໂຮມປະເທດຊາດຫວຽດນາມ ແຂວງລ້າງເຊີນກ່າວຄຳເຫັນທີ່ວັນບຸນ
(ພາບ: TTXVN)

ວັນທີ 2 ມີນາ, ຢູ່ແຂວງ ລ້າງເຊີນ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ວັນລ້າງ ຈັດຕັ້ງວັນບຸນທົ່ວປວງຊົນປ້ອງກັນຊາຍແດນໃນບໍລິເວນ 2 ຕາແສງ ເຕິນໝີ ແລະ ເຕິນແທງ ແມ່ນບໍລິເວນໂດຍປ້ອມທະຫານປ້ອງກັນຊາຍແດນ ເຕິນແທັງ ຄຸ້ມຄອງ. ວັນບຸນມີການເຂົ້າຮ່ວມຂອງອຳນາດການປົກຄອງທຸກຂັ້ນ, ກຳລັງທະຫານປ້ອງກັນຊາຍແດນຕັ້ງທັບຢູ່ບໍລິເວນແຂວງ ພ້ອມກັບພໍ່ແມ່ປະຊາຊົນບັນດາເຜົ່າ.

ວັນບຸນດັ່ງກ່າວຢູ່ລ້າງເຊີນ ກໍ່ແມ່ນໂອກາດເພື່ອຍ້ອງຍໍສັນລະເສີນ, ເຊີດຊູບັນດາໝູ່ຄະນະ ແລະ ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດວັນທົ່ວປວງຊົນປ້ອງກັນຊາຍແດນ.

ຊຸມປີຜ່ານມາ, ນອກຈາກການປະຕິບັດວຽກງານປ້ອງກັນເຂດຊາຍແດນທະເລເປັນຢ່າງດີແລ້ວ, ກຳລັງທະຫານປ້ອງກັນຊາຍແດນແຂວງ ບິ່ງດິງ ຍັງໄດ້ສົມທົບກັບຊາວປະມົງຢ່າງແໜ້ນແຟ້ນ ເພື່ອກຳແໜ້ນສະພາບການຢູ່ທະເລ, ແກ້ໄຂບັນດາກໍລະນີເກີດຂຶ້ນຢ່າງໄວວາ, ກູ້ໄພກ່ຳປັ່ນຫາປາປະສົບອຸບັດຕິເຫດໄດ້ຢ່າງທັນການ. ທະຫານປ້ອງກັນຊາຍແດນໄດ້ກາຍເປັນບ່ອນອີງຢ່າງໝັ້ນແກ່ນໃຫ້ແກ່ຊາວປະມົງໄປຫາປາຢູ່ທະເລ, ຊ່ວຍປະຊາຊົນເຂດຊາຍແດນທະເລ ຍົກສູງສະຕິຄວາມຮັບຮູ້ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ, ຮັບມືຢ່າງມີໄຫວພິບໃນການຟຶ້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ