ວັນນະຄະດີ,ສິລະປະກັບການສ້າງບຸກຄະລິກກະພາບມະນຸດຫວຽດນາມ

ວັນນະຄະດີ,ສິລະປະກັບການສ້າງບຸກຄະລິກກະພາບມະນຸດຫວຽດນາມ - ảnh 1
ຂອງ​ກອງ​ປະຊຸມ​ສຳ​ມະ​ນາວັດທະນະທຳ, ສິລະ​ປະ​
ດ້ວຍ​ການ​ສ້າງ​ບຸກຄະ​ລິກກະພາບ​ມະນຸດ​ ຫວຽດນາມ
(ພາບ: thanhnien.com)

(vovworld) – ວັດທະນະທຳ, ສິລະ​ປະ​ດ້ວຍ​ການ​ສ້າງ​ບຸກຄະ​ລິກກະພາບ​ມະນຸດ​ ຫວຽດນາມ ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ທົ່ວ​ປະ​ເທດ ຖືກ​​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 3/10 ຢູ່​ນະຄອນ​ໂຮ່ຈີ​ມິນ. ​ໂດຍ​ໄດ້ດຳ​ເນີນ​ເປັນ​ເວລາ 2 ວັນ, ກອງ​ປະຊຸມ​ສຳ​ມະ​ນາ​ປຶກສາ​ຫາລື​ກ່ຽວ​ກັບ​ດ້ານ​ທິດ​ສະ​ດີ, ອະທິບາຍ​ການ​ພົວພັນ​ລະຫວ່າງ​ບົດບາດ​ຂອງວັນນະຄະດີ, ສິລະ​ປະກັບ​ການ​ສ້າງບຸກຄະ​ລິກກະພາບ​ມະນຸດ​ຫວຽດນາມ; ບັນດາ​ບັນຫາ​ທີ່​ໄດ້​ວາງ​ອອກ​ໃນ​ພຶດຕິ​ກຳ​ຕົວ​ຈິງ​ມີ​ຫົວຄິດ​ປະດິດ​ສ້າງ​ວັນນະຄະດີ, ສິລະ​ປະ ຫວຽດນາມ; ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຖັນ​ແຖວ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ວັນນະຄະດີ, ສິລະ​ປະ. ກອງປະຊຸມ​ສຳ​ມະ​ນາ​ ກໍ​ເປັນ​ເວທີ​ປາ​ໄສ ​ເພື່ອ​ບັນດາ​ນັກວິທະຍາສາດ​ປຶກສາ​ຫາລື, ຕີ​ລາຄາ​ຕົວ​ຈິງ​ບັນຫາບຸກຄະ​ລິກກະພາບ​​ໃນ​ຊີວິດ​ສັງ​ຄົມ ​ແລະ ຊີວິດ​ວັນນະຄະດີ, ສິລະ​ປະ​ຢູ່ ​ຫວຽດນາມ ​ໃນ​ປະຈຸ​ບັນ. ທ່ານຮອງ​ສາດສະດາຈານ - ດຣ ດ່າວຢູຍກວາດ, ຮອງ​ປະທານຜູ້​ປະຈຳ​ການສະພາ​ທິດ​ສະ​ດີ, ຕຳ​ໜີ​ວິຈານວັນນະຄະດີ, ສິລະ​ປະ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ບົດ​ທາ​ບທາມ​ຄວາມ​ເຫັນ​ເກືອບ 100 ບົດ. ນີ້​ແມ່ນ​ການ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຜູ້​ເຂົ້າ​ຮ່ວມ​ຂຽນ​ບົດ​ທາ​ບທາມ​ຄວາມ​ເຫັນ​ໃຫຍ່​ສຸດ. ຫລາຍ​ບົດ​ທາ​ບທາມ​ຄວາມ​ເຫັນ​ກ່ຽວ​ກັບ​ດ້ານ​ທິດ​ສະ​ດີ​ການ​ພົວພັນ​ລະ​ຫວ່າງ​ວັນນະຄະດີ​ກັບບຸກຄະ​ລິກກະພາບ​​​ຢ່າງ​ແໜ້ນ​ແຟ້ນ​ເລິກ​​ເຊິ່ງທີ່​ສຸດ. ພິ​ເສດ​ແມ່ນ​ການ​ກະທົບ​ຂອງ​ວັນນະຄະດີ​ທີ່​ມີ​ຕໍ່​ການ​ສ້າງບຸກຄະ​ລິກກະພາບມະນຸດ​​”.

 

 

 

ຂ່າວ/ບົດ​ອື່ນ