ວັນບຸກຄະລາກອນ ຫວຽດນາມ 2016 ດຳເນີນໃນວັນທີ 11/12 ຢູ່ ຮ່າໂນ້ຍ

ວັນບຸກຄະລາກອນ ຫວຽດນາມ 2016 ດຳເນີນໃນວັນທີ 11/12 ຢູ່ ຮ່າໂນ້ຍ - ảnh 1
ວັນບຸກຄະລາກອນ ຫວຽດນາມ 2016
 ດຳເນີນໃນວັນທີ 11/12 ຢູ່ ຮ່າໂນ້ຍ

(vovworld) - ດ້ວຍ​ຫົວ​ຂໍ້​ວ່າ “ການ​ຄຸ້ມ​ຄອງ​ບຸກຄະລາ​ກອນ​ໄລຍະ​ເລີ່​ມດຳ​ເນີນ​ອາຊີບ“,ວັນ​ບຸກຄະລາ​ກອນ​ ຫວຽດນາມ ​ແມ່ນ​ເວທີ​ປາ​ໄສ​ເປີດ ​ເພື່ອ​ປຶກສາ​ຫາລື​ບັນດາ​ຫົວ​ຂໍ້​ກ່ຽວ​ກັບ​ບຸກຄະລາ​ກອນ​ໃຫຍ່​ທີ່​ສຸດ​ຢູ່ ຫວຽດນາມ, ​ເຊື່ອມ​ຕໍ່​ນັກທຸລະກິດ​ກັບ​ປະຊາ​ຄົມ​ບຸກຄະລາ​ກອນ​ໃນ​ທົ່ວ​ປະ​ເທດ, ​ແມ່ນ​ໂອກາດ​ເພື່ອ​ຊ່ວຍ​ບັນດາວິ​ສາ​ຫະກິດ, ​ນັກທຸລະກິດ ​ແລະ ວົງ​ການ​ບຸກຄະລາ​ກອນ​ພາຍ​ໃນ​ປະ​ເທດ​ແບ່ງປັນ​​ຄວາມ​ຮູ້, ບົດຮຽນ ​ແລະ ຊອກ​ຫາ​ບັນດາ​ມາດ​ຕະການ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ບຸກຄະລາ​ກອນ​ພາຍ​ໃນ ​ແລະ ພາຍຫຼັງ​ວິ​ກິດ​ການ, ​ເຮັດ​ໃຫ້​ວິ​ສາ​ຫະກິດ​ມຸ່ງ​ໄປ​ເຖິງ​ອະນາຄົດ​ຢ່າງ​ໝັ້ນຄົງ. ທ່ານ ​ເລກ​ວນ, ຫົວໜ້າ​ຄະນະ​ຈັດ​ຕັ້ງວັນ​ບຸກຄະລາ​ກອນ​ ຫວຽດນາມ 2016, ​ໃຫ້​ຮູ້​ວ່າ:

        “ປີ​ນີ້​ຖື​ເອົາ​ຫົວ​ຂໍ້​ວ່າ“ການ​ຄຸ້ມ​ຄອງ​ບຸກຄະລາ​ກອນ​ໄລຍະ​ເລີ່​ມດຳ​ເນີນ​ອາຊີບ“  ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ແມ່ນ, ​ໃນ​ວິວັດ​ແຫ່ງ​ການ​ເລີ່​ມດຳ​ເນີນ​ອາຊີບ, ​ເຈົ້າ​ຂອງ​ວິ​ສາ​ຫະກິດ ​ແລະ ບັນດາ​ນັກ​ຄຸ້ມ​ຄອງ​ວິ​ສາ​ຫະກິດ​ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ໃດ. ຈຸດໝາຍ​ແມ່ນ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຄວາມ​ຕິດ​ຂັດ ​ແລະ ວາງ​ບັນດາ​ມາດ​ຕະການ​ແກ້​ໄຂ​ເພື່ອ​ໜູນ​ຊ່ວຍ​ໃຫ້​ບັນດາ​ເຈົ້າ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ​ໃນ​ໄລຍະ​ຫາ​ກໍ່ສ້າງ​ຕັ້ງ​ລະບົບ​ຄຸ້ມ​ຄອງ​ບຸກຄະລາ​ກອນ​ຂອງ​ຕົນ, ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື, ການ​ຮັບ​ສະໝັກ​ບຸກຄະລາ​ກອນ​ໃນ​ເງື່ອນ​ໄຂ​ແຫຼ່ງຊັບພະຍາກອນ​ມະນຸດ​ຍັງ​ຫຍຸ້ງຍາກ, ​ແລະ ຮັບປະກັນ​ເຄົາລົບ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ“.

 

ຂ່າວ/ບົດ​ອື່ນ