ວັນ​ບຸນ start up ປະ​ດິດ​ຄິດ​ສ້າງ - Techfest ເຂດ​​ທາງທິດ​ເໜືອ​ພາກ​ກາງ ແລະ ແຄມ​ທະ​ເລ​ພາກ​ກາງ

(VOVWORLD) - ນີ້ແມ່ນໂອກາດເພື່ອໃຫ້ບັນດາທ້ອງຖິ່ນ, ຜູ້ຊ່ຽວຊານ, ນັກວິທະຍາສາດ, ນັກລົງທຶນ start-up ໃຫ້ຄຳປຶກສາກົນໄກນະໂຍບາຍ ໃຫ້ແກ່ການເຄື່ອນໄຫວລົງທຶນ start up ປະດິດຄິດສ້າງ;
ວັນ​ບຸນ start up ປະ​ດິດ​ຄິດ​ສ້າງ - Techfest  ເຂດ​​ທາງທິດ​ເໜືອ​ພາກ​ກາງ ແລະ ແຄມ​ທະ​ເລ​ພາກ​ກາງ - ảnh 1

(ພາບ: VOV)

    ວັນບຸນ start up ປະດິດຄິດສ້າງ - Techfest  ເຂດທາງທິດເໜືອພາກກາງ ແລະ ແຄມທະເລພາກກາງ  ຫວຽດນາມ ປີ 2024 ມີຫົວຂໍ້ “ເຊື່ອມຈອດເຂດຊຸກຍູ້ start up ປະດິດຄິດສ້າງ, ພັດທະນາແບບຍືນຍົງ” ໄດ້ຈັດຂຶ້ນໃນວັນທີ 12-13 ກັນຍາ ຢູ່ແຂວງ ເທື່ອທຽນເຫ້ວ.

  ນີ້ແມ່ນໂອກາດເພື່ອໃຫ້ບັນດາທ້ອງຖິ່ນ, ຜູ້ຊ່ຽວຊານ, ນັກວິທະຍາສາດ, ນັກລົງທຶນ start-up ໃຫ້ຄຳປຶກສາກົນໄກນະໂຍບາຍ ໃຫ້ແກ່ການເຄື່ອນໄຫວລົງທຶນ start up ປະດິດຄິດສ້າງ; ທ່ານ ຟ້າມຮົ່ງກວັດ ຫົວໜ້າກົມພັດທະນາຕະຫຼາດ ແລະ ວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີ ຂຶ້ນກັບກະຊວງທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຖືວ່າ:

   ພວກຂ້າພະເຈົ້າພ້ອມແລ້ວທີ່ຈະຮ່ວມເດີນທາງກັບບັນດາແຂວງນະຄອນໃນເຂດ ເພື່ອເຊື່ອມຈອດເຂດ3. ພິເສດ, ການເຊື່ອມຈອດກັບບັນດາອົງການຈັດຕັ້ງສາກົນ, ທະນາຄານພັດທະນາອາຊີ, ສປຊ, ບັນດາກອງທຶນລົງທຶນການເງິນຂຽວ; ຊ່ວຍໃຫ້ເຂດສາມາດເຊື່ອມຈອດກັບບັນດາຜູ້ຊ່ຽວຊານດ້ານເຕັກໂນໂລຊີ, ການເງິນເພື່ອພັດທະນາແບບຍືນຍົງ, ພັດທະນາຂຽວ. ພິເສດແມ່ນເສດຖະກິດໝູນວຽນ, ຂຸດຄົ້ນທ່າໄດ້ປຽບດ້ານການທ່ອງທ່ຽວ, ວັດທະນະທຳທ້ອງຖິ່ນ, ເຕັກໂນໂລຊີຂຽວ, ເສດຖະກິດທະເລ ແລະ ບັນດາທ່າໄດ້ປຽບ ຊື່ງແຕ່ລະທ້ອງຖິ່ນໃນເຂດພວມມີ.

ຕອບກັບ

ຂ່າວ/ບົດ​ອື່ນ