ວັນ​ບຸນ start up ແຫ່ງ​ຊາດຂອງ​ນັກ​ຮຽນ ນັກ​ສຶກ​ສາ​ປີ 2020

(VOVWORLD) - ຕອນເຊົ້າວັນທີ 22 ທັນວາ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ຈັດ ວັນບຸນ start up ແຫ່ງຊາດຂອງນັກຮຽນ ນັກສຶກສາປີ 2020.
ວັນ​ບຸນ start up ແຫ່ງ​ຊາດຂອງ​ນັກ​ຮຽນ ນັກ​ສຶກ​ສາ​ປີ 2020 - ảnh 1

   ປີນີ້, ການເສັງໄດ້ຮັບບົດເຂົ້າຮ່ວມກ່ວາ 600 ບົດຂອງນັກຮຽນ ນັກສຶກສາໃນທົ່ວປະເທດ ທີ່ຂຶ້ນກັບ ມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນຊັ້ນກາງ, ໂຮງຮຽນສາມັນ 400 ແຫ່ງ. ບັນດາບົດເຂົ້າຮ່ວມການເສັງສຸມໃສ່ຫຼາຍຂົງເຂດ, ໃນນັ້ນມີ 72 ໂຄງການດີເດັ່ນໄດ້ຮັບ ເຂົ້າໃນຮອບຄັດເລືອກ ແລະ ຮອບຊິງຊະນະເລີດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ຢືນຢັນວ່າ: ຜ່ານການຈັດຕັ້ງມາເປັນເວລາ 3 ປີ, ວັນບຸນ ໄດ້ຊຸກຍູ້ນ້ຳໃຈ start up ຂອງນັກຮຽນ ນັກສຶກສາຢ່າງແທດຈິງ, ຊ່ວຍໃຫ້ເຂົາເຈົ້າປ່ຽນແປງຈິນຕະນາການ, ສະຕິຄວາມຮັບຮູ້, ກ້າຄິດ ກ້າທຳ, ພ້ອມທັງເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ສົ່ງເສີມການລົງທຶນດ້ວຍບັນດາແນວຄວາມຄິດ, ໂຄງການ start up ຂອງ ນັກຮຽນ ນັກສຶກສາ ທີ່ມີລັກສະນະເປັນໄປໄດ້ສູງ. ນີ້ກໍ່ແມ່ນໝາກຜົນຂອງວິວັດການປ່ຽນແປງໃໝ່ດ້ານການສຶກສາ ຈາກຂັ້ນໂຮງຮຽນສາມັນຕະຫຼອດຮອດວິທະຍາໄລ, ມະຫາວິທະຍາໄລ ແລະ ແມ່ນທິດເດີນທີ່ຖືກຕ້ອງ, ສອດຄ່ອງກັບທ່າອ່ຽງພັດທະນາໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ