ວັນບຸນ “ຊາວໜຸ່ມ ນະຄອນກັບທະເລ, ໝູ່ເກາະຫວຽດນາມ“

ວັນບຸນ “ຊາວໜຸ່ມ ນະຄອນກັບທະເລ, ໝູ່ເກາະຫວຽດນາມ“ - ảnh 1
(ພາບປະກອບ: thanhnien.com.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 22/9, ສະມາຄົມ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ໄຂ​ວັນ​ບຸນ “ຊາວ​ໜຸ່ມ​ນະຄອນ​ກັບ​ທະ​ເລ, ໝູ່​ເກາະ​ຫວຽດນາມ“ ປີ 2013. ​ໂດຍ​ມີ​​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ກວ່າ 2000 ຄົນ, ວັນ​ບຸນ​ມີ​ຫຼາຍ​ເນື້ອ​ໃນ​ທີ່​ອຸດົມສົມ​ບຸນ ​ແລະ ມີ​ຄວາມ​ໝາຍ​ເຊັ່ນ: ​ເສັງ​ແຕ້ມ​ພາບ​ໂຄສະນາ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ໃນ​ຫົວ​ໃຈ​ຊາວ​ໜຸ່ມ​ນະຄອນ“, ​ເຂົ້າ​ຮ່ວມ​ການ​ລະ​ຫຼິ້ນ “ຊາວ​ໜຸ່ມ​ກັບ​ທະ​ເລ ​ເກາະ​ຫວຽດນາມ“, ການ​ພົບ​ປະ​ແລກປ່ຽນ​ສິລະ​ປະ, ງານ​ວາງສະ​ແດງ “ຝາກຝັງ​ຄວາມ​ຮັກ​ຕາມ​ຂຶ້ນ​ທະ​ເລ“. ທ່ານ ​ເຢືອງງອກ​ຕ໋ວນ, ຮອງ​ປະທານ​ສະມາຄົມ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

ການ​ເຄື່ອນ​ໄຫວ​ນີ້ ​ເພື່ອ​ແນ​ໃສ່​ສຶກສາ​ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ຕໍ່​ທະ​ເລ​ເກາະ​ໃຫ້​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ນະຄອນ. ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ​ເພື່ອ​ໃຫ້​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ສະ​ແດງ​ອາລົມ​ຈິດ​ຂອງ​ຕົນ​ທີ່​ມີ​ຕໍ່​ພະນັກງານ, ນັກຮົບ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ, ​ຮ້ານ DK1 “.

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ທຸງຊາດ 3000 ຄັນ​ໃຫ້​ຊາວ​ປະມົງ​ເມືອງ ​ເກິ່ນ​ເຢີ່, ມອບ​ຄອມ​ພີ​ວ​ເຕີ, ຈັກ​ພິມ 10 ຊຸດ​ໃຫ້​ພະນັກງານ​ນັກຮົບ​ກອງທັບ​ເຮືອ​ເຂດ 2, ​ແລະ ປຸກລະດົມ​ການ​ສົ່ງ​ຂໍ້ຄວາມ​ສະໜັບສະໜູນ “​ເພື່ອ​ເຈື່ອງ​ຊາ ທີ່​ຮັກ​ແພງ - ​ເພື່ອ​ປ້ອມ​ໜ້າ​ຂອງ​ປະ​ເທດ​ຊາດ“.

 

ຂ່າວ/ບົດ​ອື່ນ