ວັນບຸນ “ຊາວໜຸ່ມກຳມະກອນ - ຕັ້ງໜ້າແຜ່ຂະຫຍາຍກຳລັງແຮງ” 2024 ຈະຈັດຂຶ້ນໃນເດືອນ ພຶດສະພາ

(VOVWORLD) - ຄາດວ່າ, ການເຄື່ອນໄຫວດັ່ງກ່າວຈະດຶງດູດຊາວໜຸ່ມກຳມະກອນປະມານ 9.000 ຄົນເຂົ້າຮ່ວມ, ດ້ວຍການເຄື່ອນໄຫວຫຼາຍຢ່າງ, ຄື: ກວດ, ປິ່ນປົວພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ, ແຈກຢາຍຢຸກຢ່າໂດຍບໍ່ເກັບຄ່າ
ວັນບຸນ “ຊາວໜຸ່ມກຳມະກອນ - ຕັ້ງໜ້າແຜ່ຂະຫຍາຍກຳລັງແຮງ” 2024 ຈະຈັດຂຶ້ນໃນເດືອນ ພຶດສະພາ - ảnh 1ການເຄື່ອນໄຫວດັ່ງກ່າວຈະດຶງດູດຊາວໜຸ່ມກຳມະກອນປະມານ 9.000 ຄົນເຂົ້າຮ່ວມ
(ພາບປະກອບ: dangcongsan.vn)

        ເພື່ອຕອບສະໜອງເດືອນ ກຳມະກອນ 2024 (ເດືອນ ພຶດສະພາ), ສະຫະພັນຊາວໜຸ່ມຫວຽດນາມ ຈະຈັດວັນບຸນ “ຊາວໜຸ່ມກຳມະກອນ - ຕັ້ງໜ້າແຜ່ຂະຫຍາຍກຳລັງແຮງ” ໃນເດືອນ ພຶດສະພາ. ບັນດາວັນບຸນຂັ້ນສູນກາງຈະຈັດຂຶ້ນຢູ່ 3 ແຂວງ, ນະຄອນ, ລວມມີ: ດ່ານັ້ງ, ແທັງຮວາ  ແລະ ຫາຍຟ່ອງ.

        ຄາດວ່າ, ການເຄື່ອນໄຫວດັ່ງກ່າວຈະດຶງດູດຊາວໜຸ່ມກຳມະກອນປະມານ 9.000 ຄົນເຂົ້າຮ່ວມ, ດ້ວຍການເຄື່ອນໄຫວຫຼາຍຢ່າງ, ຄື: ກວດ, ປິ່ນປົວພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ, ແຈກຢາຍຢຸກຢ່າໂດຍບໍ່ເກັບຄ່າ, ຈັດຮ້ານວາງສະແດງຫຼຸດລາຄາ ດ້ວຍບັນດາຜະລິດຕະພັນທີ່ຈຳເປັນ, ບັນດາການລະຫຼີ້ນໃຫ້ລູກຫຼານ ແລະ ຊາວໜຸ່ມກຳມະກອນ…

        ວັນບຸນ ຊາວໜຸ່ມກຳມະກອນ - ຕັ້ງໜ້າແຜ່ຂະຫຍາຍກຳລັງແຮງ” ປີ 2023 ໄດ້ດຶງດູດຊາວໜຸ່ມກຳມະກອນກວ່າ 50.000 ຄົນເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ