ວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບພິເສດ ຫວຽດ - ລາວ” ຈະຈັດຂຶ້ນຢູ່ ນະຄອນ ດ້ຽນບຽນ

(VOVWORLD) - ວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບພິເສດ ຫວຽດ - ລາວ” ຈະດຳເນີນໃນລະຫວ່າງ ວັນທີ 4-5 ທັນວາ, ຢູ່ນະຄອນ ດ້ຽນບຽນ, ແຂວງ ດ້ຽນບຽນ. 
ວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບພິເສດ ຫວຽດ - ລາວ” ຈະຈັດຂຶ້ນຢູ່ ນະຄອນ ດ້ຽນບຽນ - ảnh 1 ທ່ານ ຫວຽນມິງຮົ່ງ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ (ພາບ: hanoimoi.com.vn)

ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ສົມທົບກັບ ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ຈັດຂຶ້ນເພື່ອ ໂຄສະນາຮູບພາບ ຫວຽດນາມ ປ່ຽນແປງໃໝ່, ມິດຕະພາບ, ຮ່ວມມືແບບພິເສດ, ຮອບດ້ານ ຫວຽດນາມ - ລາວ. ວັນບຸນດັ່ງກ່າວແມ່ນການເຄື່ອນໄຫວ ວຽກງານຖະແຖງຂ່າວຕໍ່ການຕ່າງປະເທດ ດ້ວຍບັນດາລາຍການສະແດງສິລະປະ ວັດທະນະທຳ, ງານວາງສະແດງ, ງານຕະຫຼາດນັດທີ່ມີສີສັນສະເພາະ; ພ້ອມນັ້ນກໍ່ຍັງເປັນຂົວເຊື່ອມຕໍ່ແລກປ່ຽນການຄ້າ ລະຫວ່າງ ບັນດາວິສາຫະກິດພາຍໃນປະເທດ ກັບ ແຂວງດ້ຽນບຽນ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດແຂວງດ້ຽນບຽນໃນການປ່ຽນແປງໃໝ່, ເຊື່ອມໂຍງກັບສາກົນ.

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບວັນບຸນ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ, ທີ່ຮ່າໂນ້ຍ, ທ່ານ ຫວຽນມິງຮົ່ງ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໃຫ້ຮູ້ວ່າ:

“ນີ້ແມ່ນວັນບຸນຂອງປະຊາຊົນ ບັນດາແຂວງຊາຍແດນ, ແມ່ນໂອກາດເພື່ອເພີ່ມທະວີການເຄື່ອນໄຫວ ວຽກງານຖະແຖງຂ່າວການຕ່າງປະເທດ ຢູ່ເຂດເສັ້ນຊາຍແດນ, ປະກອບສ່ວນຍົກສູງຄວາມຮັບຮູ້ ສຳລັບບັນດາຂັ້ນ, ບັນດາຂະແໜງການ ແລະ ປະຊາຊົນເຂດຊາຍແດນ ກ່ຽວກັບສະຕິ, ຄວາມຮັບຜິດຊອບໃນວຽກການງານຄຸ້ມຄອງ ເພື່ອແນໃສ່ປົກປັກຮັກສາບັນດາໜ້າທີ່ຍຸດທະສາດ ທີ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໄດ້ວາງອອກໃຫ້ປະສົບຜົນສຳເລັດ. ນັ້ນແມ່ນ: ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ຢ່າງໝັ້ນຄົງ, ຮັກສາສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ, ຍົກສູງຖານະບົດບາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ ໃນພາກພື້ນ ແລະ ໃນໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ