ວັນບຸນ “ມິດຕະພາບ, ສາມັກຄີ ກັບຫວຽດນາມ” ຢູ່ຝຣັ່ງ

ວັນບຸນ “ມິດຕະພາບ, ສາມັກຄີ ກັບຫວຽດນາມ” ຢູ່ຝຣັ່ງ - ảnh 1
ທ່ານ ເອກອັກຄະລັດຖະທູດ Duong Chi Dung ແລະ ທ່ານ Daniel Davisse
 ເຈົ້າຄອງນະຄອນ Choisy Le Roi

(vovworld) - ວັນ​ທີ 19/5, ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ, ສະຖານທູດ​ຫວຽດນາມ​ປະຈຳ ຝຣັ່ງ ​ໄດ້​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ນະຄອນ Choisy Le Roi, ປະ​ເທດ​ຝຣັ່ງ ຈັດ​ຕັ້ງ​ວັນ​ບຸນ “ມິດຕະພາບ, ສາມັກຄີ​ກັບ​ຫວຽດນາມ” ສຳ​ເລັດ​ຜົນ. ວັນ​ບຸນ​​ໄດ້​ຖືກຈັດ​ຕັ້ງ​ຂຶ້ນ​ຢູ່​ສວນ​ສາທາລະນະ​ຂອງ​ສຳນັກງານ​​ປົກຄອງ​ນະຄອນ, ຫ່າງ​ຈາ​ກ​ໃຈ​ກາງ​ນະຄອນຫຼວງ ປາຣີ ປະມານ 20 ກມ. ນີ້​ແມ່ນ​ການ​ພົບ​ປະ ​​​ແລ​ກປ່ຽນ​​ຄັ້ງ​ທຳ​ອິດ​ໄດ້​ຖືກຈັດ​ຕັ້ງຂຶ້ນ​ດ້ວຍ​ຂອບ​ຂະໜາດ​ໃຫຍ່ ຕາມ​ຂໍ້​ລິ​ເລີ່​ມຂ​ອງ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຝຣັ່ງ. ວັນ​ບຸນ ໄດ້​ດຳ​ເນ​ີນ​ໄປ​ໃນ​ບັນຍາກາດ​ອົບ​ອຸ່ນ, ​ເປີດ​ອົກ​ເປີດ​ໃຈ ​ແລະ ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ດຶງ​ດູດ​ການ​​ເຂົ້າ​ຮ່ວມ​ຂອງ​ປະມານ 50 ອົງການ​, ສະ​ມາ​ຄົມ​ຂອງຝຣັ່ງ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝຣັ່ງ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ Duong Chi Dung ​ໄດ້​ຊີ້​​ແຈ້ງ​ຄວາມ​ໝາຍ​ຂອງວັນ​ບຸນ​ ​ແລະ ຖື​ວ່າ: ​ເຫດການ​ນີ້ຍິ່ງ​ມີ​ຄວາມ​ໝາຍ ​ເມື່ອ​ຖືກຈັດ​ຕັ້ງຂຶ້ນກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 122 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ, ຜູ້​ທີ່​ໄດ້​ຜຸ​ກຮັດ ​ແລະ ​ເພີ່ມ​ພຸ​ນຄຸນ​ສ້າງ​​ຄວາມ​ສາມັກຄີ, ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ 2 ຊາດ​ຫວຽດນາມ ​ແລະ ຝຣັ່ງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ Duong Chi Dung ກ່າວ​ວ່າ:

“ຫວຽດນາມ​ ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່. ສິ່ງ​ດັ່ງກ່າວ​ບໍ່ມີ​ຄວາມ​ໝາຍວ່າ​ຫວຽດນາມ ບໍ່​ຕ້ອງການ​ມີການ​ຊ່ວຍ​ເຫຼືອ​ຕື່ມອີກ, ​ເຊິ່ງກົງກັນຂ້າມ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ, ບັນດາ​ການ​ເຄື່ອນ​ໄຫວ​ສາມັກຄີ​ກັບ ຫວຽດນາມ ຂອງ​ພວກ​ເພື່ອນ​ຈະ​ເປີດ​ວິ​ໄສ​ທັດ​ໃໝ່, ​ສອດ​ຄ່ອງ​ກັບ​ບັນດາ​ບຸລິມະ​ສິດ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ ​ແຕ່​ນີ້​ຮອດ​ປີ 2020, ​ໃນ​ນັ້ນ, ມະນຸດ​ແມ່ນ​ຈຸດໝາຍ​ມ້ງ​ໄປ​ເຖິງ, ທັງ​ແມ່ນ​ເປົ້າ​ໝາຍ​ຂອງ​ການ​ພັດທະນາ​​ແບບ​ຍືນ​ຍົງ ​ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ພ້ອມ​ທັງ​ສະ​ຫງວນບຸລິມະສິດ​ໃຫ້​ແກ່​ບັ້ນ​​ເຄື່ອນ​ໄຫວ​ຕ້ານ​ຄວາມທຸກ​ຍາກ​ອຶດຫິວ”

ກໍ​ໃນ​ຂອບ​ເຂ​ດວັນ​ບຸນ​​ນີ້, ມີການ​ໂອ້​ລົມ​ສົນທະນາ​ 3 ຄັ້ງ ດ້ວຍ 3 ຫົວ​ເລື່​ອງສະ​ເພາະ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ຫວຽດນາມ​ ນັ້ນ​ແມ່ນ: “ມະນຸດສະທຳ: ສາມັກຄີ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າ​ຍຈາກ​ທາດ​ຜິດ​ສີ​ສົ້ມ ດີ​ໂອ​ຊີ​ນ”, “ສຸ​ຂະ​ພາບ”​ ​ແລະ “ພັດທະນາ​ແບບ​ຍືນ​ຍົງ: ​ເພີ່​ມທະວີ​ການ​ສຶກສາບ​ຳລຸງ​ສ້າງ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ”

ຂ່າວ/ບົດ​ອື່ນ