ວັນບຸນ “ສີສັນລະດູບານໃໝ່ຢູ່ທົ່ວທຸກແຖບຖິ່ນຂອງປະເທດຊາດ” ຈະຈັດຂຶ້ນໃນເດືອນ ມີນາ

(VOVWORLD) -ລາຍການໂດຍມີການເຂົ້າຮ່ວມຂອງກວ່າ 200 ຄົນທີ່ມາຈາກວົງຄະນະຍາດບັນດາເຜົ່າຢູ່ 14 ແຂວງ, ນະຄອນ ທີ່ຕາງໜ້າໃຫ້ບັນດາຊົນເຜົ່າ, ເຂດພາກ
ວັນບຸນ “ສີສັນລະດູບານໃໝ່ຢູ່ທົ່ວທຸກແຖບຖິ່ນຂອງປະເທດຊາດ” ຈະຈັດຂຶ້ນໃນເດືອນ ມີນາ - ảnh 1

        ວັນບຸນ “ສີສັນລະດູບານໃໝ່ຢູ່ທົ່ວທຸກແຖບຖິ່ນຂອງປະເທດຊາດ” ຈະຈັດຂຶ້ນແຕ່ວັນທີ 11-12 ມີນາ, ຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ດົ່ງໂມ, ເທດສະບານເຊີນໄຕ, ຮ່າໂນ້ຍ). ລາຍການໂດຍມີການເຂົ້າຮ່ວມຂອງກວ່າ 200 ຄົນທີ່ມາຈາກວົງຄະນະຍາດບັນດາເຜົ່າຢູ່ 14 ແຂວງ, ນະຄອນ ທີ່ຕາງໜ້າໃຫ້ບັນດາຊົນເຜົ່າ, ເຂດພາກ, ຄື: ພໍ່ແມ່ພີ່ນ້ອງຊົນເຜົ່າຜູ້ໄທ (ແຂວງ ເຊີນລາ), ຊາວເຜົ່າ ຈຳ ບ່າລ່າມົນ (ແຂວງ ນິງທ້ວນ), ຊົນເຜົ່າຜູ້ ໄທ (ແຂວງ ແທັງຮວາ); ຜູ້ມີອິດທິພົນຊື່ສຽງຂອງບາງປະຊາຄົມບັນດາເຜົ່າອື່ນໆອີກໃນທົ່ວປະເທດ.

        ໃນຂອບເຂດຂອງວັນບຸນ, ມີການເຄື່ອນໄຫວຫຼາຍຢ່າງຈະໄດ້ຈັດຂຶ້ນ, ຄື: ລາຍການ “ຂັບຮ້ອງບົດເພງຊົມເຊີຍພັກທີ່ມີກຽດອັນສະຫງ່າງາມ - ຊົມເຊີຍລະດູບານໃໝ່, ປະເທດຊາດ”; ພາດພາບຄືນງານບຸນວິຫານທາດ (ງານບຸນ ກາເຕ) ໂດຍຊາວເຜົ່າ ຈຳ ບ່ານ່າມົນ ແຂວງ ນິງທ້ວນ ປະຕິບັດ; ງານບຸນລະດູບານໃໝ່ຂອງບັນດາເຜົ່າຜູ້ໄທ … ທີ່ວັນບຸນ, ວົງຄະນະຍາດຊາວເຜົ່າຜູ້ໄທ ແຂວງ ເຊີນລາ ຈະແນະນຳມໍລະດົກວັດທະນະທຳບໍ່ເປັນວັດຖຸ “ສິລະປະຟ້ອນ ແຊ່” ເຊິ່ງໄດ້ຮັບການຮັບຮອງເອົາຈາກ UNESCO ວ່າເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ