ວັນບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ” ຈະດຳເນີນໃນລະຫວ່າງວັນທີ 12-13 ກຸມພາ

(VOVWORLD) -ວັນບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ” ຈະດຳເນີນຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ໃນລະຫວ່າງວັນທີ 12-13 ກຸມພາ.
ວັນບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ” ຈະດຳເນີນໃນລະຫວ່າງວັນທີ 12-13 ກຸມພາ - ảnh 1ວັນບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ”
(ພາບ: langvanhoa.com.vn)

ວັນທີ 07 ກຸມພາ, ແຫຼ່ງຂ່າວຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ວັນບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ” ຈະດຳເນີນຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ໃນລະຫວ່າງວັນທີ 12-13 ກຸມພາ. ວັນບຸນເພື່ອສະແດງໃຫ້ເຫັນນ້ຳໃຈສາມັກຄີ, ອຸ້ມຊູຊ່ວຍເຫຼືອຊຶ່ງກັນແລະກັນ, ສະແດງການເຊື່ອມຕໍ່ປະຊາຄົມ, ໜູນຊ່ວຍກັນເພື່ອພ້ອມກັນພັດທະນາ, ມີຄວາມໄວ້ເນື້ອເຊື່ອໃຈເພື່ອຜ່ານຜ່າໂລກລະບາດໂຄວິດ-19 ໃນສະພາບຮັບມືຢ່າງມີໄຫວພິບ, ມີປະສິດທິຜົນ, ປອດໄພ.

        ໃນຂອບເຂດວັນບຸນ, ຈະດຳເນີນພິທີປຸກລະດົມປີໃໝ່ປູກຕົ້ນໄມ້ລະດູບານໃໝ່ປີຂານ 2022; ຕັດແຖບຜ້າເປິດສະຫຼອງຫໍມູນເຊື້ອ ເງະອານ, ເຮືອນ ເຣື່ອງ ທີ່ເປັນມູນເຊື້ອຂອງ ກວາງນາມ; ແນະນຳງານບຸນ, ຮີດຄອງປະເພນີອັນດີງາມ ເພື່ອໃຫ້ປະຊາຊົນ, ນັກທ່ອງທ່ຽວມີຄວາມເຂົ້າໃຈກ່ຽວກັບຄຸນຄ່າ, ຈຸດຄວາມງາມທາງດ້ານວັດທະນະທຳ, ມູນເຊື້ອຂອງ ຫວຽດນາມ ໃນການເຄື່ອນໄຫວຕ້ອນຮັບບຸນເຕັດ, ການລະຫຼີ້ນຍາມລະດູບານໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ