ວັນບຸນ “ສີສັນລະດູບານໃໝ່ໃນທົ່ວປະເທດ“

ວັນບຸນ “ສີສັນລະດູບານໃໝ່ໃນທົ່ວປະເທດ“ - ảnh 1
ວັນ​ບຸນ “ສີສັນ​ລະດູບານ​ໃໝ່​ໃນ​ທົ່ວ​ປະ​ເທດ“
(ພາບ: ອິນເຕີແນດ)

(vovworld) - ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ, ​ໃນ​ຊຸມ​ມື້​ນີ້, ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ ​ຫວຽດນາມ ພວມ​ຈັດ​ຕັ້ງວັນ​ບຸນ “ສີສັນ​ລະດູບານ​ໃໝ່​ໃນ​ທົ່ວ​ປະ​ເທດ“, ​ເພື່ອ​ວາດ​ພາບ​ບັນດາ​ງານ​ບຸນ​ທີ່​ເປັນ​ເອກະລັກ​ສະ​ເພາະ. ການ​ເຄື່ອນ​ໄຫວ​ນີ້​ໄດ້​ດຶງ​ດູດ​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວເປັນ​ຈຳນວນ​ຫຼວງ​ຫຼາຍ ​ມາ​ຢາມ “ບ້ານ​ລວມ“ ຂອງ​ປະຊາ​ຄົມ 54 ຊົນ​ເຜົ່າ ​ຫວຽດນາມ​. ວັນ​ບຸນ “ສີສັນ​ລະດູບານ​ໃໝ່​ໃນ​ທົ່ວ​ປະ​ເທດ“ ປີ​ນີ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຜົ່າ​ທີ່​ມາ​ຈາກ​ແຂວງ​ຕ່າງໆ​ທາງ​ພາກ​ເໜືອ, ດ້ວຍ​ຫຼາຍ​ເນື້ອ​ໃນ​ທີ່​ອຸດົມສົມ​ບຸນ​ເຊັ່ນ: ລາຍການ​ຟ້ອນ​ລຳ​ທຳ​ເພງ​, ຂັບ​ຮ້ອງບັນດາ​ບົດ​ເພງ​ຊົມ​ເຊີຍ​ພັກ, ອວຍພອນ​ລະດູບານ​ໃໝ່; ງານ​ບຸນ​ລົງ​ທົ່ງ​ຂອງ​ຊົນ​ເຜົ່າ​ໄຕ, ງານ​ບຸນ​ຟ້ອນ​ກອງ​ອວຍພອນ​ປີ​ໃໝ່​ຂອງ​ຊົນ​ເຜົ່າ​ໄຢ໋… ນອກ​ນັ້ນ​ຍັງ​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ເຊັ່ນ: ການ​ລະ​ຫຼິ້ນ​ພື້ນ​ເມືອງ, ອາຫານ​ການ​ກິນ, ການ​ແຂ່ງຂັນ​ກິລາ. ປ້າ ດິງ​ເຮືອງ​ຍ່າຍ, ຢູ່​ເມືອງ​ ດົ໋ງດາ, ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

​ໂດຍ​ແມ່ນ​ຊາວ​ ຫວຽດນາມ​ຜູ້​ໜຶ່ງ, ​ຂ້າພະ​ເຈົ້າ​ກໍ່​ຢາກ​ໄປ​ເພື່ອ​ຄົ້ນ​ຫາ, ຊອກ​ຮູ້​ບັນດາ​ເຜົ່າ​ອ້າຍ​ນ້ອງ​ຂອງ​ຫວຽດນາມ ​ແລະ ຢາກ​ຮູ້​ບັນດາ​ງານ​ບຸນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງຊົນ​ເຜົ່າ​​ເຫຼົ່າ​ນັ້ນແມ່ນ​ຄື​ແນວ​ໃດ. ມາ​ແຫ່ງ​ນີ້​ຂ້າພະ​ເຈົ້າ​ຮູ້ສຶກ​ມ່ວນ​ຫຼາຍ

ວັນ​ບຸນ “ສີສັນ​ລະດູບານ​ໃໝ່​ໃນ​ທົ່ວ​ປະ​ເທດ“ ຈະ​ຈັດ​ຂຶ້ນ​ເຖິງ​ວັນ​ທີ 15/2 (ວັນ​ທີ 8 ຂອງ​ບຸນ​ເຕັດ​ປີວ​ອກ).

 

ຂ່າວ/ບົດ​ອື່ນ