ວັນບຸນການລົງທຶນປີ2014

ວັນບຸນການລົງທຶນປີ2014 - ảnh 1
photo:kienthuc.net.vn

(vovworld)- ຕອນ​ບ່າຍ​ວັນ​ທີ 4/10 ຢູ່ ຮ່າ​ໂນ້ຍ, ກົມ​ພັດ​ທະ​ນາ​ຕະ​ຫລາດ ແລະ ວິ​ສາ​ຫະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ສົມ​ທົບ​ກັບ​ຫ້ອງ​ການ​ພັດ​ທະ​ນາ​ສິ່ງ​ແວດ​ລ້ອມ​ວິ​ທະ​ຍ​າ​ສາດ ແລະ​ເຕັກ​ໂນ​ໂລ​ຊ​ີ ໄດ້​ຈັດ​ຕັ້ງ “ວັນ​ບຸນ​ການ​ລົງ​ທຶນ​ປີ 2014”. ເຫດ​ການນີ້​ແມ່ນ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ກຸ່ມ​ເລີ່ມ​ອາ​ຊີບ ທີ່​ຂຶ້ນ​ກັບ ແຜນ​ຮ່າງ “ຫັນ​ເຕັກ​ໂທ​ໂລ​ຊີ​ເປັນ​ບັນ​ຫາ​ການ​ຄ້າ​ຕາມ​ຮູບ​ແບບ​ Silicon Valley ຢູ່ ຫວຽດ​ນາມ” ເພື່ອ​ພົບ​ປະ​ໂດຍ​ກົງ ແລະ ຊອກ​ຫາ​ກາ​ລະ​ໂອ​ກາດ​ຮັບ​ການ​ລົງ​ທຶນ​ຈ​າກ​ບັນ​ດາ​ນັກ​ລົງ​ທຶນ, ກອງ​ທຶນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

        ໃນ 4 ເດືອນ​ຜ່ານ​ມາ ແຜນ​ຮ່າງ​ດັ່ງ​ກ່າວ ໄດ້​ຈັດ​ຕັ້ງ​ສຳ​ເລັດ​ຜົນ​ຮ​ູບ​ແບບ ອົງ​ການ​ຊຸກ​ຍູ້​ວິ​ສາ​ຫະ​ກິດ  ເພື່ອ​ຫນູນ​ຊ່ວຍ ກຸ່ມ​ເລີ່ມ​ອາ​ຊີບ 9 ກຸ່ມ ຜ່ານ​ຂັ້ນ​ຕອນ​ຝືກ​ອົບ​ຮົມ​ແບບ​ສຸມ​ໃສ່. ແລະ​ໄດ້​ຮັບ​ຄວາມ​ສົນ​ໃຈ, ແບ່ງ​ບັນ​ບົດ​ຮຽນ​ຂອງ​ຫລາຍ​ອົງ​ການ​ຈັດ​ຕັ້ງ​ໃຫຍ່​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຄື: ທະ​ນາ​ຄານ​ສາ​ກົນ VIB, Angle Lab (ອາ​ເມ​ລິ​ກາ), ກອງ​ທຶນ​ລົງ​ທຶນ Venture Partner….

ຂ່າວ/ບົດ​ອື່ນ