ວັນ​ບຸ​ນ​ຄອບ​ຄົວ ອາ​ຊຽນ 2023 ຈັດ​ຂຶ້ນຢູ່ ເວ​ເນ​ຊູເອລາ

(VOVWORLD) -  ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 56 ປີ (08/8/1967 - 08/8/2023) ແລະ 28 ປີ  ທີ່ຫວຽດນາມ ເຂົ້າຮ່ວມ ອາຊຽນ (28/7/1995 - 28/7/2023), ວັນທີ 30 ກໍລະກົດ, ສະຖານທຸດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ສົມທົບກັບອົງການຜູ້ຕາງໜ້າ ຄະນະກຳມະການ ອາຊຽນ ປະຈຳ Caracas (ACC) ຈັດຕັ້ງວັນຄອບຄົວ ອາຊຽນ 2023.
ວັນ​ບຸ​ນ​ຄອບ​ຄົວ ອາ​ຊຽນ 2023 ຈັດ​ຂຶ້ນຢູ່ ເວ​ເນ​ຊູເອລາ - ảnh 1ພະນັກງານອົງການຕາງໜ້າບັນດາປະເທດ ເຂົ້າຮ່ວມເຫດການ (ພາບ: baoquocte.vn)

ໃນຖານະເປັນປະທານໝູນວຽນ ACC, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ຫວູຈູງໝີ ໄດ້ຍົກໃຫ້ເຫັນຜົນງານຂອງ ອາຊຽນ ໃນເຄິ່ງສະຕະວັດຜ່ານມາຢ່າງເດັ່ນຊັດ, ກາຍເປັນອົງການທີ່ມີບົດບາດສຳຄັນສຳລັບສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ. ໂດຍບັນລຸໄດ້ບັນດາຜົນສຳເລັດນັ້ນ ກໍຍ້ອນມີຄວາມມານະພະຍາຍາມຂອງບັນດາປະເທດສະມາຊິກ ເພື່ອສ້າງປະຊາຄົມສາມັກຄີ, ຜ່ານການພ້ອມກັນແບ່ງປັນ ແລະ ເຊື່ອມຕໍ່. ເຫດການວັນຄອບຄົວ ອາຊຽນ ທີ່ຈັດຂຶ້ນຢູ່ Caracas ປີນີ້ ມີຫຼາຍເນື້ອໃນທີ່ຈັບອົກຈັບໃຈ, ຊ່ວຍໂຄສະນາ, ເຜີຍແຜ່ກ່ຽວກັບປະຊາຄົມ ອາຊຽນ ເປັນຕົ້ນແມ່ນການແລກປ່ຽນກ່ຽວກັບອາຫານການກິນ, ກິລາ, ຊອກຮູ້ກ່ຽວກັບ ອາຊຽນ .

ຕອບກັບ

ຂ່າວ/ບົດ​ອື່ນ