ວັນບຸນຄອບຄົວຫວຽດ ນາມຢູ່ແບນຊິກ


ວັນບຸນຄອບຄົວຫວຽດ ນາມຢູ່ແບນຊິກ - ảnh 1

ນະຄອນຫຼວງບຣຸກແຊນ

(ພາບ: tourchauau.vn)

(vovworld) –​ ວັນ​ທີ 25/10, ບັນດາ​ຄອບຄົວ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ ບຣຸກ​ແຊນ ​ແລະ ​ເຂດ​ອ້ອມ​ແອ້ມ​ຂອງປະ​ເທດແບນ​ຊິກ ​ໄດ້​ເຕົ້າ​ໂຮມ​ຢູ່ກັນນະຄອນຫຼວງ ບຣຸກ​ແຊນ ​ເພື່ອ​ເຂົ້າຮ່ວມ “ວັນ​ບຸນ​ຄອບຄົວ​ຫວຽດນາມ​ຢູ່​ແບນ​ຊິກ“. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຟ້າ​ມ​ແຊງ​ເຈົາ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ແບນ​ຊິກ ​ແລະ ລຸກ​ຊຳ​ບວກ ທັງ​ເປັນ​ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ອີ​ຢູ ​ເນັ້ນໜັກ​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ວັນ​ບຸນ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ​ລະຫວ່າງຊາວ​ຫວຽດນາມ ອາ​ໄສ​ຢູ່​ແບນ​ຊິກ ພ້ອມ​ກັນ​ອ່ວຍ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ. ທີ່ວັນ​ບຸນ​ຄອບຄົວ​ຫວຽດນາມ​ຢູ່​ແບນ​ຊິກ,​ ໄດ້​ຈັດບັນດາ​ການ​ເຄື່ອນ​ໄຫວ​ອຸ​ດົ​ມສົມບູນ​ຄື: ງານ​ປະ​ກວດ​ແຕ່ງກິນ ​ແລະ ການ​ເຄື່ອນ​ໄຫວ​ວັດທະນະທຳ​ຕ່າງໆ ຊື່ງ​ໄດ້​ດຶງ​ດູດ​ບັນດາ​ຄອບຄົວ​ຫວຽດນາມອາ​ໄສ​ຢູ່​ແບນ​ຊິກ ກໍ່​ຄື​ບັນດາ​ຄອບຄົວ​ແບນ​ຊິກ ​ເຊື້ອ​ຊາດ​ຫວຽດນາມ./.
ຂ່າວ/ບົດ​ອື່ນ