ວັນບຸນຄອບຄົວຫວຽດນາມ 2017 - ບັນດາການເຄື່ອນໄຫວຫລາຍຮູບຫລາຍສີ

(VOVWORLD) - “ວັນບຸນຄອບຄົວ ຫວຽດນາມ” ປີ 2017 ຈະດຳເນີນຢູ່ສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ ແຕ່ວັນທີ 24 – 27 ມິຖຸນາ
ວັນບຸນຄອບຄົວຫວຽດນາມ 2017 - ບັນດາການເຄື່ອນໄຫວຫລາຍຮູບຫລາຍສີ - ảnh 1(ພາບປະກອບ) 

ນີ້ແມ່ນການເຄື່ອນໄຫວແທດຈິງ, ມີປະສິດທິຜົນ ເພື່ອແນໃສ່ຕອບສະໜອງ ແລະ ສະເຫຼີມສະຫຼອງວັນບຸນຄອບຄົວ ຫວຽດນາມ 28 ມິຖຸນາ, ເຊີດຊູບັນດາມູນຄ່າທີ່ເປັນມູນເຊື້ອຂອງຄອບຄົວ ຫວຽດນາມ. “ວັນບຸນຄອບຄົວ ຫວຽດນາມ” ກໍໍ່ແມ່ນໂອກາດ ເພື່ອໃຫ້ບັນດາຄອບຄົວພົບປະແລກປ່ຽນ, ແບ່ງປັນບົດຮຽນກໍ່ສ້າງຄອບຄົວວັດທະນະທຳ, ມຸ່ງໄປເຖິງການພັດທະນາແບບຍືນຍົງຂອງຄອບຄົວ ຫວຽດນາມ ໃນໄລຍະເຊື່ອມໂຍງເຂົ້າກັບສາກົນ.

        ໃນຂອບເຂດ “ວັນບຸນຄອບຄົວ ຫວຽດນາມ” ປີ 2017 ໄດ້ດຳເນີນການເຄື່ອນໄຫວຫລາຍຢ່າງທີ່ສ້າງຄວາມດູດດື່ມ, ແທດຈິງ. ໃນນັ້ນມີງານວາງສະແດງ “ນ້ຳໃຈຄອບຄົວໃນຄຳສຸພາສິດ ແລະ ເພງພື້ນເມືອງຫວຽດນາມ” ດ້ວຍຄຳສຸພາສິດ ແລະ ເພງພື້ນເມືອງ 60 ບົດທີ່ສະແດງໃຫ້ເຫັນຈິດໃຈຂອງປູ່ຍ່າຕາຍາຍ, ພໍ່ແມ່, ລູກເຕົ້າ. ນອກນັ້ນ ຮ້ານວາງສະແດງຂອງສະຫະພັນໃຫຍ່ແຮງງານ ຫວຽດນາມ ກໍ່ແນະນຳການເຄື່ອນໄຫວຂອງກຳມະບານທຸກຂັ້ນໃນທົ່ວປະເທດກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງເພດ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ. ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງພິທີຊົມເຊີຍ, ຍ້ອງຍໍຜູ້ແທນກ່ວາ 100 ທ່ານ, ເຊິ່ງແມ່ນຕົວແທນບັນດາຄອບຄົນຊາວເຜົ່າສ່ວນນ້ອຍຢູ່ບັນດາຕາແສງ, ເຂດຊົນເຜົ່າພູດອຍຂອງນະຄອນ ຮ່າໂນ້ຍ ທີ່ເຮັດເສດຖະກິດເກັ່ງໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ