ວັນບຸນດອກບົວ ດົ່ງທາບ ດ້ວຍຫົວຂໍ້ “ ຈິດວິນຍານຂອງດອກບົວ ”

(VOVWORLD) - ວັນທີ 1 ກັນຍາ, ເປັນຄັ້ງທຳອິດທີ່ຄະນະກຳມະການປະຊາຊົນແຂວງດົ່ງທາບ ຈັດຕັ້ງ ວັນບຸນດອກບົວ ດົ່ງທາບ ດ້ວຍຫົວຂໍ້ວ່າ “ ຈິດວິນຍານຂອງດອກບົວ ” 
ວັນບຸນດອກບົວ ດົ່ງທາບ ດ້ວຍຫົວຂໍ້ “  ຈິດວິນຍານຂອງດອກບົວ ” - ảnh 1 ວັນບຸນດອກບົວ ດົ່ງທາບ 

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ທີ 2 ກັນຍາ  ຄົບຮອບ 72 ປີ. ວັນບຸນແມ່ນໂອກາດເພື່ອແນະນຳຮູບພາບ, ວັດຖຸສິ່ງຂອງທີ່ເປັນເອກະລັກສະເພາະຂອງແຂວງດົ່ງທາບເຖິງເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ.

        ວັນບຸນດອກບົວດົ່ງທາບໄດ້ຈັດຕັ້ງດ້ວຍການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງ ທີ່ຕິດພັນກັບດອກບົວ ເພື່ອແນໃສ່ສົ່ງສານ: “  ດົ່ງທາບ-ບໍລິສຸດຜຸດຜ່ອງປຽບເໝືອນຈິດວິນຍານຂອງດອກບົວ ” ທ່ານ ຫງວຽນງອັກເທືອງ, ຫົວໜ້າພະແນກວັດທະນະທຳ-ກິລາ ແລະ ທ່ອງທ່ຽວແຂວງດົ່ງທາບ ຖືວ່າ:

        “ ວັນບຸນດອກບົວຄັ້ງນີ້, ທ້ອງຖິ່ນໄດ້ຈັດຕັ້ງໃນບໍລິເວນທີ່ກວ້າງຂວາງ, ມີ 2 ກຸ່ມເຄື່ອນໄຫວຕົ້ນຕໍ ນັ້ນແມ່ນງານວາງສະແດງຮູບພາບ, ພຶດຕິກຳຕົວຈິງ ແລະ ບັນດາການເຄື່ອນໄຫວດຶງດູດການເຂົ້າຮ່ວມຂອງແຂກທ່ອງທ່ຽວ. ອາດເວົ້າໄດ້ວ່າ, ດອກບົວໄດ້ສະໜິດຕິດພັນກັບດົ່ງທາບ ໃນທຳມະຊາດ, ກໍ່ຄືໃນບັນດາການເຄື່ອນໄຫວສັງຄົມ. ກ່ອນນັ້ນ ພຽງແຕ່ຂຸດຄົ້ນແບບ ຫັດຖະກຳງ່າຍດາຍເທົ່ານັ້ນ. ແຕ່ປະຈຸບັນ ດອກບົວໄດ້ຮັບການຂຸດຄົ້ນຢ່າງສຸດຂີດ ເພື່ອແນໃສ່ຍົກສູງຄຸນຄ່າ, ສ້າງຄວາມອຸດົມສົມບູນ ແລະ ເປັນຫຼາຍຮູບຫຼາຍແບບ

ວັນບຸນດອກບົວ ດົ່ງທາບ ດ້ວຍຫົວຂໍ້ “  ຈິດວິນຍານຂອງດອກບົວ ” - ảnh 2 ວັນບຸນດອກບົວ ດົ່ງທາບ 

        ອ້າຍ ໂງຈີ໋ກົງ ເຈົ້າຂອງວິສາຫະກິດຜະລິດດອກບົວອົບສົດຢູ່ດົ່ງທາບ, ໃຫ້ຮູ້ວ່າ “ ພວກຂ້າພະເຈົ້ານຳໃຊ້ດອກບົວ ສ້າງເປັນອ່າງດອກບົວອ້ອມຮອບເວທີໃນບໍລິເວນເປີດ; ເຮັດໃຫ້ຜູ້ຊົມ ແລະ ຜູ້ປະດັບປະດາຍັບເຂົ້າໃກ້ກັນກວ່າ. ຈາກນັ້ນ, ປະກອບສ່ວນໂຄສະນາຄຸນຄ່າຂອງດອກບົວ

ຕອບກັບ

ຂ່າວ/ບົດ​ອື່ນ