ວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ

ວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ - ảnh 1
ທ່ານ ເລ​ເຈືອງ​ຮ່ຽນຮ່​ວາ, ຜູ້​ອຳ​ນວຍ​ການ​ສູນ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ ໂຮ່​ຈີ​ມິນ ທີ່​ການ​ປະ​ຊຸມ​ຂ່າວ
(ພາບ:  laodong.com.vn)

(vovworld) – ​​​ ​​ພາຍຫຼັງ​ຈັດ​ຕັ້ງ​ເປັນ​ເວ​ລາ 4 ວັນ, ວັນ​ບຸນ​​ທ່ອງ​ທ່ຽວ ນະ​ຄອນ ໂຮ່​ຈີ​ມິນ ປີ 2017 ໄດ້​ອັດ​ລົງ​ໃນ​ຕອນ​ຄ່ຳ​ວັນ​ທີ 26/3. ວັນ​ບຸນ​​ທ່ອງ​ທ່ຽວ​ນະ​ຄອນ ໂຮ່​ຈີ​ມິນ ປີ 2017 ດຶງ​ດູດ​ແຂກ​ເຂົ້າ​ຢ້ຽມ​ຢາມ​ປະ​ມານ 350.000 ເທື່ອ​ຄົນ, ຍອດ​ລາຍ​ຮັບ​ຈາກ​ການ​ຂາຍ​ບັນ​ດາ​ລາຍ​ການ​ທ່ອງ​ທ່​ຽວ​ບັນ​ລຸປະ​ມານ 60 ຕື້​ດົ່ງ. ທ່ານ ເລ​ເຈືອງ​ຮ່ຽນຮ່​ວາ, ຜູ້​ອຳ​ນວຍ​ການ​ສູນ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ ໂຮ່​ຈີ​ມິນ, ໃຫ້​ຮູ້​ວ່າ: ເຫດ​ການນີ້ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ສົ່ງ​ເສີມກ​ານ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ, ໂຄ​ສະ​ນາ, ແນະ​ນຳ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃໝ່:

        “ວັນ​ບຸນ​ທ່ອງ​ທ່ຽວ​ປີນີ້​ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ດີຫຼາຍ​ຢ່າງ. ນັ້ນ​ແມ່ນ​ຈຳ​ນວນ​ແຂກ​ເຂົ້າ​ຮ່ວມ​ວັນ​ບຸນນີ້ຫຼາຍ​ກ່​ວາ​ທຸກ​ປີ, ​ມີ​ປະ​ມານ 6000 ​​ເທື່ອຄົນ​ມາຊື້​ລາຍ​ການ​ທ່ອງ​ທ່ຽວ. ວັນ​ບຸນ​ປີນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ສະ​ຖານ​ທີ່​ໃໝ່, ​ສ້າງ​ຄວາມສະ​ດວກ​​ໃຫ້​ແຂກ​ເຂົ້າ​ຊົມ ດັ່ງ​ນັ້ນ​ຈຶ່ງ​ດ​ຶງ​ດູດ​​ນັກ​ທ່ອງ​ທ່ຽວ​ມາຊື້​ລາຍ​ການ​ທ່ອງ​ທ່ຽວ​ໄດ້ຫຼາຍ​ກ່​ວາ.”


ຂ່າວ/ບົດ​ອື່ນ