“ວັນ​ບຸນ​ບໍ​ລິ​ຈາກ​ເລືອກ​ມະ​ນຸ​ດ​ສະ​ທຳ - Festival ຫົວ​ໃຈແຫ່ງ​ຄວາມ​ເມດ​ຕາ” ປີ 2020

(VOVWORLD) -“ວັນບຸນບໍລິຈາກເລືອກມະນຸດສະທຳ - Festival ຫົວໃຈແຫ່ງຄວາມເມດຕາ” ປີ 2020 ໂດຍສູນກາງສະພາກາແດງ ຫວຽດນາມ, ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ, ສະຖາບັນສື່ມວນຊົນ ແລະ ໂຄສະນາ ສົມທົບກັນຈັດຂຶ້ນໃນວັນທີ 22 ພະຈິກ ຢູ່ຮ່າໂນ້ຍ.

“ວັນ​ບຸນ​ບໍ​ລິ​ຈາກ​ເລືອກ​ມະ​ນຸ​ດ​ສະ​ທຳ - Festival ຫົວ​ໃຈແຫ່ງ​ຄວາມ​ເມດ​ຕາ” ປີ 2020 - ảnh 1“ວັນບຸນບໍລິຈາກເລືອກມະນຸດສະທຳ - Festival ຫົວໃຈແຫ່ງຄວາມເມດຕາ” ປີ 2020

(ພາບ: TTXVN) 

ເຫດການແມ່ນການເຄື່ອນໄຫວປະຈຳປີຂອງສະພາກາແດງ ຫວຽດນາມ ຂຶ້ນກັບ “ໂຄງການສາມັກໃຈບໍລິຈາກເລືອກມະນຸດສະທຳ”. ວັນບຸນມີການເຂົ້າຮ່ວມຂອງຜູ້ອາສາສະໝັກປະມານ 300 ຄົນ ສັງກັດສູນກາງສະພາກາແດງຫວຽດນາມ ພ້ອມກັບພະນັກງານ, ພາລະກອນ ແລະ ຜູ້ອາສາສະໝັກ, ອົງການ, ວິສາຫະກິດ, ຄູ່ຮ່ວມມືຂອງສະພາກາແດງເປັນຈຳນວນຫຼວງຫຼາຍຈົດທະບຽນບໍລິຈາກເລືອກ.

ນັບແຕ່ຕົ້ນປີ 2020 ມາຮອດປັດຈຸບັນ, ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງການປະຕິບັດວັນທົ່ວປວງຊົນສາໝັກໃຈບໍລິຈາກເລືອກ. ທົ່ວປະເທດຮັບໄດ້ເລືອດຫຼາຍກ່ວາ 1,2 ລ້ານຖົງ, ເຊິ່ງຕອບສະໜອງຈຳນວນເລືອດໄດ້ຢ່າງພຽງພໍ ໃຫ້ແກ່ການສຸກເສີນ, ການປິ່ນປົວໃຫ້ແກ່ຄົນເຈັບຢູ່ບັນດາທ້ອງຖິ່ນໃນສະພາບການຮັບມືກັບໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ