ວັນບຸນບໍລິຈາກເລືອດມະນຸດສະທຳ

(VOVWORLD) - ຕອນຄ່ຳວັນທີ 2 ກໍລະກົດ, ຢູ່ນະຄອນ ແຣກຢ໋າ, ແຂວງ ກຽນຢາງ, ຄະນະຈັດຕັ້ງຂະບວນການແດງ 2017 ສົມທົບກັບຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດອາສາສະໝັກ ແຂວງ ກຽນຢາງ ໄດ້ໄຂວັນບຸນບໍລິຈາກເລືອດ “ຢອດເລືອດແດງເຂດດິນແດນ ກຽນຢາງ”. 
ວັນບຸນບໍລິຈາກເລືອດມະນຸດສະທຳ - ảnh 1 ພາບປະກອບ

ພະນັກງານ, ສະມາຊິກຊາວໜຸ່ມ, ສະມາຊິກສະມາຄົມ, ຊາວໜຸ່ມ ແລະ ປະຊາຊົນ ກຽນຢາງ ພ້ອມກັບບັນດານັກອາສາສະໝັກຂອງຂະບວນການແດງ 2017 ທາງພາກໃຕ້ ເຂົ້າຮ່ວມລາຍການ. ຂະບວນການແດງ 2017 ຢູ່ພາກໃຕ້ ຖືກຈັດຕັ້ງແຕ່ວັນທີ 1 ກໍລະກົດຜ່ານ 18 ແຂວງ, ນະຄອນ ແລະ ຈະເຕົ້າໂຮມກັນຢູ່ນະຄອນຫຼວງ ຮ່າໂນ້ຍ ໃນວັນທີ 27 ກໍລະກົດ. ນີ້ເປັນຄັ້ງທີ 5, ທີ່ຂະບວນການແດງຂົນຂວາຍການບໍລິຈາກເລືອດ ແຕ່ເໜືອຮອດໃຕ້ ຫວຽດນາມ ໄດ້ຮັບການຈັດຕັ້ງດ້ວຍການເຂົ້າຮ່ວມມືຂອງ 28 ແຂວງ, ນະຄອນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ