ວັນ​ບຸນ​ບໍ​ລິ​ຈາກ​ເລືອດ​ລະ​ດູ​ບານ​ໃໝ່ ຄາດ​ວ່າ​ຈະ​ໄດ້​ຮັບ​ເລືອດ​ບໍ​ລິ​ຈາກ​ປະ​ມານ 4000 ຖົງ

(VOVWORLD) -    ໂດຍຖືກດຳເນີນໃນເວລາ 01 ອາທິດ ແຕ່ວັນທີ 1 ຫາວັນທີ 7 ມີນາ, ວັນບຸນບໍລິຈາກເລືອດລະດູບານໃໝ່ ຄັ້ງທີ 14 ໄດ້ດຶງດູດຜູ້ເຂົ້າຮ່ວມບໍລິຈາກເລືອດໂດຍສະໝັກໃຈ ເປັນຈຳນວນຫຼວງຫຼາຍ.
ວັນ​ບຸນ​ບໍ​ລິ​ຈາກ​ເລືອດ​ລະ​ດູ​ບານ​ໃໝ່ ຄາດ​ວ່າ​ຈະ​ໄດ້​ຮັບ​ເລືອດ​ບໍ​ລິ​ຈາກ​ປະ​ມານ 4000 ຖົງ - ảnh 1ວັນບຸນບໍລິຈາກເລືອດລະດູບານໃໝ່ ຄັ້ງທີ 14 ໄດ້ດຶງດູດຜູ້ເຂົ້າຮ່ວມບໍລິຈາກເລືອດໂດຍສະໝັກໃຈ ເປັນຈຳນວນຫຼວງຫຼາຍ (ພາບ: nhandan.com.vn).

ດ້ວຍສານທີ່ວ່າ “ບໍລິຈາກເລືອດປອດໄພ - ບໍ່ເປັນຫ່ວງ ໂຄວິດ - 19”, ວັນບຸນບໍລິຈາກເລືອດລະດູບານໃໝ່ຄັ້ງນີ້ ຄາດວ່າ ຈະຮັບເລືອດໄດ້ປະມານຫຼາຍກວ່າ 4000 ຖົງ, ປະກອບສ່ວນເຂົ້າໃນການແກ້ໄຂສະພາບການຂາດແຄນເລືອດພາຍຫຼັງບຸນປີໃໝ່ປະຈຳຊາດ. ອ້າຍ ຫງວຽນຕ໊ຽນຮວ່າ - ຜູ້ເຂົ້າຮ່ວມການບໍລິຈາກເລືອດ ແບ່ງປັນວ່າ:

        “3 ເດືອນ ຂ້າພະເຈົ້າຈະມາ ສະຖາບັນເລືອດສາດ - ສົ່ງເລືອດສູນກາງ ເພື່ອບໍລິຈາກເລືອດເທື່ອໜຶ່ງ. ຄັ້ງນີ້ ແມ່ນກົງກັບໂອກາດຈັດວັນບຸນບໍລິຈາກເລືອດລະດູບານໃໝ່. ຂ້າພະເຈົ້າຢາກແບ່ງປັນເລືອດຂອງຕົນ ເພື່ອຊ່ວຍກູ້ເອົາຊີວິດຂອງຄົນເຈັບ”.

        ເຄົາລົບ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ຈິດໃຈເມດຕາປານີຂອງຜູ້ທີ່ບໍລິຈາກເລືອດ, ທ່ານປະລິນຍາເອກ ແບກກວັກແຄ໊ງ, ຫົວໜ້າສະຖາບັນ ເລືອດສາດ - ສົ່ງເລືອດສູນກາງ ແບ່ງປັນວ່າ: ແຕ່ລະເທື່ອທີ່ທາງສະຖາບັນປຸກລະດົມ ແລະ ສົ່ງສານຮຽກຮ້ອງໃຫ້ເຂົ້າຮ່ວມການບໍລິຈາກເລືອດ, ມີອົງການ, ຫົວໜ່ວຍ ແລະ ປະຊາຊົນນັບຫຼາຍພັນຄົນ ບໍ່ຫວາດຫວັ່ນໄດ້ມາບໍລິຈາກເລືອດ ແລະ ແຜ່ຂະຫຍາຍສານມະນຸດສະທຳຂອງການເຄື່ອນໄຫວນີ້. ສະເພາະ 2 ອາທິດແລ້ວນີ້, ທາງສະຖານບັນ ກໍຮັບເລືອດບໍລິຈາກໄດ້ ເກືອບ 14.000 ຖົງ.

ຕອບກັບ

ຂ່າວ/ບົດ​ອື່ນ