ວັນ​ບຸນ​ບໍ​ລິ​ຈາ​ກ​ເລືອດ​ລະ​ດູ​ບານ​ໃໝ່​ປີ 2021 ໄດ້​ຮັບ​ເລືອດ​ບໍ​ລິ​ຈາກກວ່າ 8.300 ຖົງ

(VOVWORLD) -  ວັນບຸນບໍລິຈາກເລືອດລະດູບານໃໝ່ປີ 2021 ໄດ້ອັດລົງໃນວັນທີ 7 ມີນາ ດ້ວຍຈຳນວນເລືອດບໍລິຈາກໄດ້ຮັບແມ່ນກວ່າ 8.300 ຖົງ.
ວັນ​ບຸນ​ບໍ​ລິ​ຈາ​ກ​ເລືອດ​ລະ​ດູ​ບານ​ໃໝ່​ປີ 2021 ໄດ້​ຮັບ​ເລືອດ​ບໍ​ລິ​ຈາກກວ່າ 8.300 ຖົງ - ảnh 1ວັນບຸນບໍລິຈາກເລືອດລະດູບານໃໝ່ປີ 2021 ອັດລົງໃນວັນທີ 7 ມີນ (ພາບ: TTXVN)

ປະລິມານເລືອດທີ່ໄດ້ຮັບໃນວັນບຸນບໍລິຈາກເລືອດລະດູບານໃໝ່ປີນີ້ ແມ່ນລື່ນກາຍ 160% ເມື່ອທຽບໃສ່ແຜນການທີ່ໄດ້ວາງອອກໃນເບື້ອງຕົ້ນ. ວັນບຸນດັ່ງກ່າວ ໂດຍສະຖາບັນເລືອດສາດ - ສົ່ງເລືອດສູນກາງ, ສະມາຄົມຊາວໜຸ່ມປຸກລະດົມການບໍລິຈາກເລືອດ ຮ່າໂນ້ຍ, ຄະນະຊີ້ນຳການປຸກລະດົມການບໍລິຈາກເລືອດດ້ວຍຄວາມສະໝັກໃຈນະຄອນ ຮ່າໂນ້ຍ ສົມທົບກັນຈັດຕັ້ງຂຶ້ນ ເພື່ອແນໃສ່ແກ້ໄຂສະພາບການຂາດແຄນເລືອດ ພາຍຫຼັງບຸນປີໃໝ່ປະຈຳຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ